• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະຄັ້ງທີ 6 ຄະນະກຳມະການຮ່ວມມືລວມອາຊຽນ-ນິວຊີແລນ

ກອງປະຊຸມຄັ້ງທີ 6 ຄະນະກຳມະການຮ່ວມມືລວມອາຊຽນ - ນິວຊີແລນ (ANZJCC) ໄດ້ດຳເນີນໃນວັນທີ 02 ກໍລະກົດ, ຢູ່ສຳນັກງານຄະນະເລຂາອາຊຽນ (ຢາກາຕາ, ປະເທດອິນໂດເນເຊຍ).

 
ກອງປະຊຸມຄັ້ງທີ 6 ຄະນະກຳມະການຮ່ວມມືລວມອາຊຽນ - ນິວຊີແລນ

(ພາບ: TTXVN)

ກອງປະຊຸມເພື່ອແນໃສ່ຕີລາຄາການພົວພັນອາຊຽນ - ນິວຊີແລນ ໃນຊຸມປີຜ່ານມາ, ພິເສດແມ່ນການຜັນຂະຫຍາຍແຜນການເຄື່ອນໄຫວຂອງອາຊຽນ - ນິວຊີແລນ ໄລຍະ 2016 – 2020, ເພື່ອແນໃສ່ປະຕິບັດຖະແຫຼງການຮ່ວມຍຸດທະສາດອາຊຽນ - ນິວຊີແລນ ໄລຍະ 2016 – 2020 ແລະ ຜັນຂະຫຍາຍ 2 ຍຸດທະສາດກ່ຽວກັບຄວາມວັດທະນາຖາວອນ ແລະ ມະນຸດ; ປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນຮ່ວມມືໃນໄລຍະຈະມາເຖິງ. ທີ່ກອງປະຊຸມ, 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືຢ່າງແທດຈິງ ແລະ ມີປະສິດທິຜົນກວ່າໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໂດຍສະເພາະແມ່ນໃນບັນດາຂົງເຂດເຊິ່ງນິວຊີແລນ ມີທ່າແຮງ ແລະ ອາຊຽນ ໃຫ້ບຸລິມະສິດຄື: ກະສິກຳ, ບຳລຸງສ້າງພາສາອັງກິດ, ບຳລຸງສ້າງວິຊາຊີບ, ຄ້ຳປະກັນດ້ານສະບຽງອາຫານ…

 

(ແຫຼ່ງຄັດຈາກ VOV)

 

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top