• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳ ສປປ.ເກົາຫຼີ Kim Jong Un ໄປສິງກະໂປ

ຕອນບ່າຍວັນທີ 10 ມິຖຸນາ, ເຮືອບິນຂົນສົ່ງການນຳ ສປປ.ເກົາຫຼີ Kim Jong Un ແລະ ຄະນະຜູ້ແທນ ໄດ້ຈອດລົງສະໜາມບິນສາກົນ Changi ຂອງສິງກະໂປ ເພື່ອກະກຽມການພົບປະຄັ້ງປະຫວັດສາດກັບ ທ່ານປະທານາທິບໍດີອາເມລິກາ Donald Trump ໃນຕອນເຊົ້າວັນທີ 12 ມິຖຸນາ ຈະມາເຖິງ.


ລົດຮັບການນຳ ສປປ.ເກົາຫຼີ Kim Jong Un ຢູ່ສະໜາມບິນເມືອໂຮງແຮມ

(ພາບ: Quang Trung)

ຕາມລາຍການແລ້ວ, ການນຳ ສປປ.ເກົາຫຼີ Kim Jong Un ຈະມີການພົບປະກັບທ່ານນາຍົກລັດຖະມົນຕີປະເທດເຈົ້າພາບສິງກະໂປ ຫຼີຊຽນຫຼົງ ກ່ອນຈະດຳເນີນການພົບປະສຸດຍອດລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ. ສຳລັບຝ່າຍອາເມລິກາແລ້ວ, ທຳນຽບຂາວກໍໃຫ້ຮູ້ວ່າ ເຮືອບິນຂົນສົ່ງ ທ່ານປະທານາທິບໍດີ Donald Trump ຈະໄປຮອດສະໜາມບິນກອງທັບອາກາດ Paya Lebar  ຂອງສິງກະໂປ ໃນຕອນຄ່ຳວັນທີ 10 ມິຖຸນາ.

        ກ່ຽວຂ້ອງເຖິງກອງປະຊຸມສຸດຍອດລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ, ຕອນເຊົ້າວັນທີ 10 ມິຖຸນາ, ສູນສື່ມວນຊົນຮັບໃຊ້ກອງປະຊຸມ ກໍໄດ້ເປີດປະຕູຢ່າງເປັນທາງການຢູ່ເຂດອ່າວ Marina.

 (ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top