
ລົດຮັບການນຳ ສປປ.ເກົາຫຼີ Kim Jong Un ຢູ່ສະໜາມບິນເມືອໂຮງແຮມ
(ພາບ: Quang Trung)
ຕາມລາຍການແລ້ວ, ການນຳ ສປປ.ເກົາຫຼີ Kim Jong Un ຈະມີການພົບປະກັບທ່ານນາຍົກລັດຖະມົນຕີປະເທດເຈົ້າພາບສິງກະໂປ ຫຼີຊຽນຫຼົງ ກ່ອນຈະດຳເນີນການພົບປະສຸດຍອດລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ. ສຳລັບຝ່າຍອາເມລິກາແລ້ວ, ທຳນຽບຂາວກໍໃຫ້ຮູ້ວ່າ ເຮືອບິນຂົນສົ່ງ ທ່ານປະທານາທິບໍດີ Donald Trump ຈະໄປຮອດສະໜາມບິນກອງທັບອາກາດ Paya Lebar ຂອງສິງກະໂປ ໃນຕອນຄ່ຳວັນທີ 10 ມິຖຸນາ.
ກ່ຽວຂ້ອງເຖິງກອງປະຊຸມສຸດຍອດລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ, ຕອນເຊົ້າວັນທີ 10 ມິຖຸນາ, ສູນສື່ມວນຊົນຮັບໃຊ້ກອງປະຊຸມ ກໍໄດ້ເປີດປະຕູຢ່າງເປັນທາງການຢູ່ເຂດອ່າວ Marina.
(ແຫຼ່ງຄັດຈາກ VOV)