• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳ ລາວ ຕີລາຄາສູງບົດຮຽນຂອງກະຊວງພາຍໃນ ຫວຽດນາມ ໃນວຽກງານຄຸ້ມຄອງພະນັກງານ

ໃນໄລຍະຈະມາເຖິງ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ມີບັນດາບາດກ້າວພັດທະນາຢ່າງແຮງ, ນັບມື້ນັບກ້າວເຂົ້າສູ່ລວງເລິກ

ທ່ານຮອງປະທານປະເທດ ລາວ ຕ້ອນຮັບທ່ານລັດຖະມົນຕີກະຊວງພາຍໃນ ເລຫວີງເຕິນ 

ໃນຂອບເຂດການໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 3 – 7 ກໍລະກົດ, ຕອນບ່າຍວັນທີ 4 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ, ຄະນະຜູ້ແທນກະຊວງພາຍໃນ ຫວຽດນາມ ໂດຍທ່ານລັດຖະມົນຕີ ເລຫວີງເຕິນ, ເປັນຫົວໜ້າຄະນະໄດ້ຮັບການຕ້ອນຮັບຈາກທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານຮອງປະທານປະເທດ ລາວ ພັນຄຳ ວິພາວັນ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເລຫວີງເຕິນ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ມີບັນດາບາດກ້າວພັດທະນາຢ່າງແຮງ, ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ພິເສດແມ່ນມີບັນດາບາດກ້າວບຸກທະລຸໃໝ່ໃນການພົວພັນຮ່ວມມື, ສ້າງກຳລັງໜູນແຫ່ງການພັດທະນາໃນທຸກຂົງເຂດ, ພິເສດແມ່ນການລົງທຶນ, ການຄ້າ, ການຄົມມະນາຄົມຂົນສົ່ງ ແລະ ການສຶກສາ… ຕາມທ່ານລັດຖະມົນຕີ ເລຫວີງເຕິນ ແລ້ວ, ກະຊວງພາຍໃນ ຫວຽດນາມ ໃຫ້ຄຳໝັ້ນສັນຍາມານະພະຍາຍາມຈົນສຸດຄວາມສາມາດເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ, ພ້ອມກັບບັນດາເພື່ອນ ລາວ ຮັກສາ, ເສີມຂະຫຍາຍ ແລະ ສືບທອດໃຫ້ຄົນລຸ້ນໃໝ່ກ່ຽວກັບນ້ຳໃຈສາມັກຄີ, ມິດຕະພາບແບບພິເສດ ຫວຽດນາມ - ລາວ, ເພື່ອຄວາມວັດທະນາຖາວອນຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.

        ສ່ວນທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານຮອງປະທານປະເທດ ລາວ ພັນຄຳ ວິພາວັນ ກໍ່ໄດ້ເນັ້ນໜັກເຖິງບັນດາບົດຮຽນເຊິ່ງກະຊວງພາຍໃນ ຫວຽດນາມ ແບ່ງປັນກັບກະຊວງພາຍໃນ ລາວ ໄດ້ຊ່ວຍຍົກສູງຄຸນນະພາບໃນການຄຸ້ມຄອງພະນັກງານ, ຜ່ານນັ້ນປະກອບສ່ວນແບ່ງປັນແບກຫາບກັບລັດຖະບານລາວໃນວຽກງານຄຸ້ມຄອງພະນັກງານ; ສະແດງຄວາມປາດຖະໜາຢາກໃຫ້ກະຊວງພາຍໃນ ຫວຽດນາມ ສືບຕໍ່ໜູນຊ່ວຍ ແລະ ຊ່ວຍເຫຼືອກະຊວງພາຍໃນລາວ, ພິເສດແມ່ນໃນການແບ່ງປັນບັນດາບົດຮຽນໃນການຄຸ້ມຄອງລະບົບບໍລິຫານລັດ, ຄຸ້ມຄອງພະນັກງານ, ປັບປຸງກົງຈັກການຈັດຕັ້ງ, ຄຸ້ມຄອງບັນດາທ້ອງຖິ່ນ…; ສະເໜີໃຫ້ກະຊວງພາຍໃນ ຫວຽດນາມ ສືບຕໍ່ໜູນຊ່ວຍຂະແໜງພາຍໃນລາວ ພັດທະນາແຫຼ່ງຊັບພະຍາກອນມະນຸດໃນທຸກດ້ານ, ພິເສດແມ່ນພະນັກງານຂັ້ນເມືອງ.  

        ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນກະຊວງພາຍໃນ ຫວຽດນາມ ໄດ້ເຈລະຈາກັບຄະນະຜູ້ແທນກະຊວງພາຍໃນລາວ ໂດຍທ່ານ ຄຳໝັ້ນ ສູນວິເລີດ ເປັນຫົວໜ້າຄະນະ.

(ແຫຼ່ງຄັດຈາກ VOV)


IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top