• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳສອງປະເທດ ອາເມລິກາ - ສປປ.ເກົາຫຼີ ອາດຈະ ພົບປະກັນອີກໃນຊຸມເດືອນຈະມາເຖິງ

      ທ່ານ Donald Trump ກໍ່ຍັງບໍ່ທັນສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຈະສືບຕໍ່ພົບປະກັບການນຳ ສປປ.ເກົາຫຼີ ແລະ ຈະຍົກເລີກແຜນການເພີ່ມການລົງໂທດ ຕໍ່ ສປປ.ເກົາຫຼີ ເມື່ອເດືອນທີ່ຜ່ານມາ.

ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ທ່ານ Kim Jong – un ການນຳ ສປປ.ເກົາຫຼີ (ພາບ: AFP)
      ວັນທີ 1 ເມສາ, ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ສະແດງຄວາມຫວັງວ່າ ທ່ານ Kim Jong – un ການນຳ ສປປ.ເກົາຫຼີ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຈະພົບປະກັນ ໃນຊຸມເດືອນທີ່ຈະເຖິງ. ໃນການຕອບສຳພາດຕໍ່ວິທະຍຸກະຈາຍສຽງ WHP 580 ທີ່ໄດ້ອອກອາກາດໃນວັນທີ 1 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ຍາກທີ່ຈະຮູ້ໄດ້ວັນເວລາຊັດເຈນທີ່ຈະດຳເນີນກອງປະຊຸມສຸດຍອດ ລະຫວ່າງ ອາເມລິຫາ - ສປປ.ເກົາຫຼີ  ຄັ້ງທີ 3 ແຕ່ທ່ານຢັ້ງຢືນວ່າ ເລື່ອງແກ້ໄຂບັນຫານິວເຄຼຍ ຂອງ ສປປ.ເກົາຫຼີ ຍິ່ງໄວກໍ່ຍິ່ງດີເພາະຈະນຳມາເຊິ່ງຜົນປະໂຫຍດທີ່ດີທີ່ສຸດໃຫ້ແກ່ ອາເມລິກາ. ທ່ານ Pompeo ສະແດງຄວາມຫວັງວ່າ ການນຳສອງປະເທດ ອາເມລິກາ - ສປປ.ເກົາຫຼີ ອາດຈະບັນລຸໄດ້ບາດກ້າວທີ່ສຳຄັນທຳອິດ ຫຼື ເປັນບາດກ້າວເດີນຕໍ່ໄປອັນໃຫຍ່ຫຼວງໃນວິວັດການປອດນິວເຄຼຍ. ຫຼັງຈາກນັ້ນ, ຮອດຕອນສຸດທ້າຍ, ເປົ້າໝາຍປອດນິວເຄຼຍຢູ່ແຫຼມເກົາຫຼີ ຢ່າງສິ້ນເຊິງ ຈະໄດ້ຮັບການປະຕິບັດ ແລະ ນຳມາເຊິ່ງອະນາຄົດທີ່ສົດໃສກ່ວາໃຫ້ແກ່ປະຊາຊົນ ສປປ.ເກົາຫຼີ.
            ກອງປະຊຸມສຸດຍອດຄັ້ງທີ 2 ກໍ່ໄດ້ດຳເນີນຢູ່ ຮ່າໂນ້ຍ ເມື່ອເດືອນ ກຸມພາ ທີ່ຜ່ານມາແຕ່ບໍ່ມີຂໍ້ຕົກລົງໃດໆທີ່ໄດ້ຮັບການລົງນາມ. ເຖິງຢ່າງໃດກໍ່ຕາມ, ທ່ານ Donald Trump ກໍ່ຍັງບໍ່ທັນສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຈະສືບຕໍ່ພົບປະກັບການນຳ ສປປ.ເກົາຫຼີ ແລະ ຈະຍົກເລີກແຜນການເພີ່ມການລົງໂທດ ຕໍ່ ສປປ.ເກົາຫຼີ ເມື່ອເດືອນທີ່ຜ່ານມາ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top