• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳລັດ,ລັດຖະບານຫວຽດນາມອວຍພອນປະທານາທິບໍດີແລະຮອງປະທານາທິບໍດີອາເມລິກາ


ທ່ານ Donald Trump ຮັບ​ດຳ​ລົງ​ຕຳ​ແໜ​່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ
(​ພາບ​: Reuters)
      ເນື່ອງ​ໃນ​ໂອ​ກາດ​ທ່ານ Donald Trump ແລະ ທ່ານ Mike Pence ຮັບ​ດຳ​ລົງ​ຕຳ​ແໜ​່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ແລະ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ອາ​ເມ​ລິ​ກາ, ວັນ​ທີ 21/01, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍ​ກວາງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອກ​ທິ້ງ ແລະ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ ເຈືອງ​ຮ່​ວາ​ບິ່ງ, ພ້ອ​ມ​ກັນ​ສົ່ງ​ສານອວຍ​ພອນ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ທີ 45 ແລະ ຮອງ​ປະ​ທາ​ນາ​ທີ​ບໍ​ດີ​ຜູ້​ທີ 48 ຂອງ​ອາ​ເມ​ລິ​ກາ. ການ​ນຳລັດ, ລັດ​ຖະ​ບານ​ຫວຽດ​ນາມ ອວຍ​ພອນ​ປະ​ທາ​ນາ​ທິ​ບໍ​ດີ Donald Trump, ຮອງ​ປະ​ທາ​ນາ​ທິ​ບໍ​ດີ Mike Pence ແລະ ລັດ​ຖະ​ບານ​ໃໝ່​ຂອງ​ອາ​ເມ​ລິ​ກາ ບັນ​ລຸ​​ໄດ້ຜົນ​ງານ​ຫຼາຍ​ຢ່າງ ເພື່ອ​ຄວາມ​ຜາ​ສຸກ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ປະ​ຊາ​ຊົນ​ອາ​ເມ​ລິ​ກາ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທ​ະ​ນາ​ຢູ່​ໃນ​ໂລກ. ການ​ນຳ​ລັດ ແລະ ລັດ​ຖະ​ບານ​ຫວຽດ​ນາມ ຖື​ວ່າ, ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ພວມ​ຢືນ​ຢູ່​ຕໍ່​ໜ້າ​ກາ​ລະ​ໂອ​ກາດ​ອັນ​ໃຫຍ່​ຫຼວງ ເພີ່ມ​ທະ​ວີ ແລະ ເຮັ​ດ​ໃຫ້​ບັນ​ດາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ເລິກ​ເຊິ່ງກວ່າ, ​ອີ່ງ​ໃສ່​ຫຼັກ​ການ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ແລະ ລະ​ບອບ​ການ​ເມືອງ​ຂອງ​ກັນ; ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ ຢ່າງ​ແໜ້ນ​ແຟ້ນ, ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ອາ​ຊຽນ - ອາ​ເມ​ລິ​ກາ. APEC ແລະ ບັນ​ດາ​ກົນ​ໄກ​ອື່ນໆ​ເພື່ອ​ສັ​ນ​ຕິ​ພາບ, ສະ​ຖຽ​ນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັ​ດ​ທະ​ນາ.
(ແຫຼ່ງຄັດຈາກ VOV)

ສະຫາຍເລຂາທິການໃຫຍ່ ໂຕເລິມ ອອກເດີນທາງຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ

ສະຫາຍເລຂາທິການໃຫຍ່ ໂຕເລິມ ອອກເດີນທາງຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ

ການຢ້ຽມຢາມຄັ້ງນີ້ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຫາກໍໄດ້ຈັດຕັ້ງຂຶ້ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ.

Top