• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດ ຫວຽດນາມ ສົ່ງສານອວຍພອນວັນຊາດ ຈີນ

      ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ຄົບຮອບ 72 ປີ (01/10/1949 – 01/10/2021), ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສົ່ງສານອວຍພອນມາຍັງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດຈີນ ສີຈີ້ນຜິງ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ, ທ່ານປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ ຫຼີຈາງຊູ.
ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ຕ້ອນຮັບທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ
ຫງວຽນຝູຈ້ອງ ເມື່ອປີ
2017 (ພາບ: TTXVN)
      ໃນສານອວຍພອນ, ບັນດາການນຳພັກ, ລັດ ຫວຽດນາມ ສະແດງຄວາມປິຕິຊົມຊືນຕໍ່ບັນດາຜົນງານທີ່ປະເທດ ຈີນ ບັນລຸໄດ້ໃນໄລຍະ 72 ປີຜ່ານມາ; ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຈີນ, ປະຊາຊົນ ຈີນ ຈະປະຕິບັດບັນດາເປົ້າໝາຍ, ໜ້າທີ່ຍຸດທະສາດໂດຍກອງປະຊຸມໃຫຍ່ຊຸດທີ XIX ຂອງ ພັກກອມມູນິດ ຈີນ ວາງອອກຢ່າງມີໄຊ. ບັນດາການນຳພັກ, ລັດ ຫວຽດນາມ ກໍຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຖືເປັນສຳຄັນນຳສາຍພົວພັນລະຫວ່າງ ຫວຽດນາມ - ຈີນ ຈະພັດທະນາຢ່າງປອດໃສ, ມີສະຖຽນລະພາບ; ພ້ອມແລ້ວທີ່ຈະພ້ອມກັບ ຈີນ ເພີ່ມທະວີການຮ່ວມມືຢ່າງຍຸຕິທຳ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ພັດທະນາຢ່າງມີສະຖຽນລະພາບ ແລະ ຍືນຍົງ; ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ.
        ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກໍໄດ້ສົ່ງສານອວຍພອນມາຍັງທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ເຊັ່ນດຽວກັນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top