• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳບັນດາກະຊວງ, ຂະແໜງການຂອງລາວອວຍພອນ 75 ແຫ່ງວັນຊາດ ຫວຽດນາມ

      ຕອນເຊົ້າວັນທີ 1 ກັນຍາ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ - ການລົງທຶນ ລາວ, ປະທານຄະນະກຳມະການຮ່ວມມືລະຫວ່າງ ລາວ - ຫວຽດນາມ, ສອນໄຊ ສີພັນດອນ ພ້ອມກັບການນຳຂອງກະຊວງ, ຂະແໜງການຕ່າງໆຂອງລາວ ໄດ້ໄປຍັງສະຖານທູດຫວຽດນາມ ປະຈຳນະຄອນຫຼວງ ວຽງຈັນ, ເພື່ອອວຍພອນ75 ປີແຫ່ງວັນຊາດ ສສ.ຫວຽດນາມ. 

ທ່ານຮອງນາຍົກລັດຖະມົນຕີດ ລັດຖະມົນຕີກະຊວງແຜນການ, ການລົງທຶນລາວ, ປະທານຄະນະກຳມະການຮ່ວມມືລາວ - ຫວຽດນາມ,
ສອນໄຊສີພັນດອນ ໄດ້ມອບຊໍ່ດອກໄມ້ອວຍພອນ 75 ແຫ່ງວັນຊາດຫວຽດນາມ (ພາບ: TTXVN)
      ນະທີ່ນີ້, ທ່ານ ສອນໄຊໄດ້ເນັ້ນໜັກເຖິງບັນດາໄຊຊະນະ ແລະ ຜົນງານເຊິ່ງພັກ, ລັດ ແລະ ປະຊາຊົນຫວຽດນາມບັນລຸໄດ້ໃນຕະຫຼອດໄລຍະ 75 ປີທີ່ຜ່ານມາ ແມ່ນຍິ່ງໃຫຍ່ທີ່ສຸດ, ທ່ານກໍ່ຢັ້ງຢືນວ່າ ເຖິງວ່າສະພາບການໂລກມີການຜັນແປຫຼາຍຢ່າງກໍ່ຕາມ ແຕ່ສາຍພົວພັນອັນຍິ່ງໃຫຍ່ລະຫວ່າງ ຫວຽດນາມ - ລາວສືບຕໍ່ການພັດທະນາຢ່າງດີງາມ, ນັບມື້ນັບເຂົ້າສູ່ລວງເລິກ, ມີຄຸນນະພາບ, ທ່ານໃຫ້ເຫັນນຄຳໝັ້ນສັນຍາວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເພີ່ມພູນຄຸນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດນັບມື້ນັບພັດທະນາ, ກາຍເປັນຊັບສົນບັດອັນລ້ຳຄ່າຂອງສອງຊາດ.
            ແລະກໍ່ໃນວັນດຽວກັນ, ມີຄະນະຜູ້ແທນຫຼາຍຄະນະໂດຍຕາງໜ້າໃຫ້ແກ່ບັນດາກະຊວງ, ຂະແໜງການຂອງພັກ, ລັດຖະບານລາວ ໄດ້ມາສະຖານທູດຫວຽດນາມເພື່ອອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ.  
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top