• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳບັນດາກະຊວງ, ຂະແໜງການຂອງລາວ ອວຍພອນວັນຊາດຫວຽດນາມຄົບຮອບ 72 ປີ

      ຕອນເຊົ້າວັນທີ 1 ກັນຍາ, ຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໂດຍທ່ານນາງ ສູນທອນ ໄຊຍະຈັກ, 

ທ່ານນາງ ສູນທອນ ໄຊຍະຈັກ ອວຍພອນວັນຊາດຫວຽດນາມ ຄົບຮອບ 72 ປີ ( 2/9/1945-2/9/2017 )
      ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ເປັນຫົວໜ້າຄະນະ ໄດ້ມາສະຖານທູດຫວຽດນາມຢູ່ນະຄອນຫຼວງວຽງຈັນ ອວຍພອນວັນຊາດຫວຽດນາມ ຄົບຮອບ 72 ປີ ( 2/9/1945-2/9/2017 ). ທ່ານ ນາງສູນທອນ ໄຊຍະຈັກ ໄດ້ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນວ່າ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຍາມໃດກໍ່ຮຽງບ່າຮຽງໄຫຼ່, ຊ່ວຍເຫຼືອສະໜັບສະໜູນເຊິ່ງກັນ ແລະ ກັນໃນຕະຫຼອດຊຸມປີຜ່ານມາ. ທ່ານ ນາງ ສູນທອນ ເນັ້ນໜັກວ່າ ປີສາມັກຄີມິດຕະພາບ 2017 ແມ່ນໂອກາດທີ່ດີ ເພື່ອໃຫ້ປະຊາຊົນສອງປະເທດພ້ອມກັນຫວນຄືນບັນດາມູນເຊື້ອທີ່ດີງາມລະຫວ່າງສອງປະເທດ.
        ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຫງວຽນບ໋າຮຸ່ງ ໄດ້ສະແດງຄວາມປາຖະໜາວ່າ ພັກປະຊາຊົນປະຕິວັດລາວ ແລະ ບັນດາອົງການທີ່ກ່ຽວຂ້ອງຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ກັບສະຖານທູດຫວຽດນາມປະຈຳລາວ ເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີ 2017 ໃຫ້ປະສົບຜົນສຳເລັດ, ຜ່ານນັ້ນ, ຊ່ວຍໃຫ້ປະຊາຊົນສອງປະເທດມີຄວາມເຂົ້າໃຈກວ່າ ກ່ຽວກັບສາຍພົວພັນທີ່ເປັນມູນເຊື້ອ, ມິດຕະພາບທີ່ດີງາມລະຫວ່າງສອງປະເທດຫວຽດນາມ-ລາວ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top