• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະສັດບຣູໄນ ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ

ວັນທີ 28 ມີນາ, ກະສັດບຣູໄນ Haji Hassanal Bolkiah ໄດ້ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຢ່າງຈົບງາມ, ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ, ໃນລະຫວ່າງວັນທີ 26 – 28 ມີນາ.

ກະສັດບຣູໄນ Haji Hassanal Bolkiah ພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ 

(ພາບ: TTXVN)

ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງກະສັດບຣູໄນ ໄດ້ສ້າງຂີດໝາຍສຳຄັນໃໝ່ໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືສະໜິດແໜ້ນລະຫວ່າງ 2 ປະເທດ. 2 ຝ່າຍປາດຖະໜາຢາກເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງ 2 ປະເທດກວ່າອີກ, ດ້ວຍຄວາມຫວັງຢາກນຳການພົວພັນ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່ ແລະ ໄດ້ອອກຖະແຫຼງການຮ່ວມ ກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ບຣູໄນ.

        ໃນການຢ້ຽມຢາມ, ກະສັດບຣູໄນ Haji Hassanal Bolkiah ໄດ້ເຂົ້າຮ່ວມພິທີຕ້ອນຮັບຢູ່ສຳນັກງານປະທານປະເທດ, ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ; ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.

        ທີ່ບັນດາການພົບປະ, 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມື ເພື່ອແນໃສ່ສ້າງເງື່ອນໄຂສະດວກ ແລະ ຊຸກຍູ້ວົງເງິນການຄ້າ 2 ສົ້ນ ໃຫ້ມີຄວາມດຸ່ນດ່ຽງກັນ ແລະ ໝັ້ນຄົງກວ່າ, ມຸ່ງໄປສູ່ເປົ້າໝາຍບັນລຸໄດ້ 500 ລ້ານ USD ໃນປີ 2025; ເຫັນດີເພີ່ມທະວີການຮ່ວມມືດ້ານການສຶກສາ…

        2 ຝ່າຍໄດ້ຢືນຢັນຄືນໃໝ່ຄວາມສຳຄັນຂອງເລື່ອງຮັກສາ, ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ; ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

        ເນື່ອງໃນໂອກາດນີ້, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລະ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ທ່ອງທ່ຽວບຣູໄນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການນຳໃຊ້ໂທລະສັບສາຍດ່ວນແລກປ່ຽນຂໍ້ມູນຂ່າວສານ ເພື່ອແກ້ໄຂການເຄື່ອນໄຫວໃນການຂຸດຄົ້ນສິນໃນນ້ຳທີ່ຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ປະຕິບັດຕາມການກຳນົດ (IUU).

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top