• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງຕຳຫຼວດຈັດກອງປະຊຸມສະຫຼຸບວຽກງານໄຕມາດທີ 1 ປີ 2019

ກຳລັງຕຳຫຼວດປະຊາຊົນ ຄວນສືບຕໍ່ປະຕິບັດບັນດາມະຕິສູນກາງພັກ ກ່ຽວກັບການສ້າງ, ປັບປຸງພັກ, ສ້າງກົງຈັກ ແລະ ຖັນແຖວພະນັກງານໃຫ້ກະທັດລັດ.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ

(ພາບ: TTXVN)

ຕອນເຊົ້າວັນທີ 25 ມີນາ, ຄະນະພັກຕຳຫຼວດສູນກາງ, ກະຊວງຕຳຫຼວດຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານໄຕມາດທີ 1 ປີ 2019; ສະຫຼຸບວຽກງານປາບປາມອາດຊະຍາກຳ ແລະ ຕີລາຄາໝາກຜົນການຜັນຂະຫຍາຍການປະຕິບັດມະຕິເລກທີ 01 ຂອງລັດຖະບານ ກຳນົດບົດບາດ, ໜ້າທີ່, ສິດ ແລະ ໂຄງປະກອບອົງການຈັດຕັ້ງຂອງກະຊວງຕຳຫຼວດ…

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ, ກຳລັງຕຳຫຼວດປະຊາຊົນ ຄວນສືບຕໍ່ປະຕິບັດບັນດາມະຕິສູນກາງພັກ ກ່ຽວກັບການສ້າງ, ປັບປຸງພັກ, ສ້າງກົງຈັກ ແລະ ຖັນແຖວພະນັກງານໃຫ້ກະທັດລັດ. ພ້ອມກັນນັ້ນ, ກຳລັງຕຳຫຼວດ ສ້າງຖັນແຖວພະນັກງານທຸກຂັ້ນມີຄຸນນະທາດ, ກຳລັງຄວາມສາມາດ… ຢ່າງພຽງພໍ ຕາມທິດ ພະນັກງານຕະຫຼວດ ຕ້ອງມີວິຖີຊີວິດ “ຖືປະຊາຊົນເປັນສຳຄັນ, ມີຄວາມໃກ້ຊິດກັບປະຊາຊົນ, ມີຄວາມເຂົ້າໃຈປະຊາຊົນ, ຮ່ຳຮຽນເອົາຈາກປະຊາຊົນ ແລະ ມີຄວາມຮັບຜິດຊອບຕໍ່ປະຊາຊົນ”. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ກ່າວວ່າ.

        “ບັນດາພະນັກງານ, ຕຳຫຼວດ ຄວນສຸມໃສ່ປະຕິບັດວຽກງານສະກັດກັ້ນ, ຄົ້ນພົບ, ຕັດສິນໃຈປ້ອງກັນ, ຕ້ານໄພຫຍໍ້ທໍ້, ສໍ້ຫຼາດບັງຫຼວງ ບໍ່ພຽງແຕ່ໃນຂະແໜງຕຳຫຼວດເທົ່ານັ້ນ ຫາກຍັງເປັນເຈົ້າການໃຫ້ຄຳປຶກສາ, ສະເໜີຕໍ່ຄະນະພັກ, ອຳນາດການປົກຄອງ, ພິເສດແມ່ນສະເໜີປັບປຸງກົນໄກ, ນະໂຍບາຍປ້ອງກັນ, ສະກັດກັ້ນ… ຮັບປະກັນວຽກງານສືບສວນ, ດຳເນີນຄະດີຖືກຕາມກົດໝາຍ, ຖືກກຳນົດເວລາ, ການສະຖິຕິອາດຊະຍາກຳຕ້ອງສັດຊື່, ຊັດເຈນ, ບໍ່ເດີນຕາມຜົນງານ”.

 

ທ່ານນາຍົກລັດຖະມົນຕີກໍ່ຕັກເຕື່ອນວ່າ, ກຳລັງຕຳຫຼວດປະຊາຊົນ ສືບຕໍ່ເປັນເສນທິການຕໍ່ພັກ, ລັດ ຕົກລົງບັນດາແຜນນະໂຍບາຍ, ໜ້າທີ່, ມາດຕະການປ້ອງກັນຄວາມສະຫງົບ, ຜົນປະໂຫຍດຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top