• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງການຕ່າງປະເທດ ຫວຽດນາມ ຈັດກອງປະຊຸມຖະແຫຼງຂ່າວນັດສາມັນ

ທີ່ກອງປະຊຸມຖະແຫຼງຂ່າວທາງອອນລາຍຂອງກະຊວງການຕ່າງປະເທດ ຫວຽດນາມ ໃນຕອນບ່າຍວັນທີ 09 ເມສາ, ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະ ຖືວຽກງານປົກປ້ອງພົນລະເມືອງ ຫວຽດນາມ ອາໄສຢູ່ຕ່າງປະເທດເປັນແຖວໜ້າ ໃນສະພາບການໂລກລະບາດໂຄວິດ-19 ພວມຜັນແປຢ່າງສັບສົນໃນທົ່ວໂລກ.

 ກະຊວງການຕ່າງປະເທດ ຫວຽດນາມ ຈັດກອງປະຊຸມຖະແຫຼງຂ່າວນັດສາມັນ (ພາບ:

baoquocte.vn)


ກ່ຽວຂ້ອງເຖິງເລື່ອງມີພົນລະເມືອງ ຫວຽດນາມ ບາງຄົນພວມຖືກຕົກຄ້າງຢູ່ບັນດາສະໜາມບິນສາກົນ ຍ້ອນບັນດາການປ່ຽນແປງໃນນະໂຍບາຍຂົນສົ່ງຂອງບັນດາບໍລິສັດການບິນສາກົນ, ທ່ານນາງ ເລທິທູຮັງ ໃຫ້ຮູ້ວ່າ:

        “ໃນໄລຍະຜ່ານມາ, ກະຊວງການຕ່າງປະເທດໄດ້ຊີ້ນຳບັນດາອົງການຕາງໜ້າການທູດ ຫວຽດນາມ ປະຈຳຕ່າງປະເທດ ສົມທົບກັບບັນດາອົງການກ່ຽວຂ້ອງພາຍໃນປະເທດ ແລະ ຕ່າງປະເທດ ໜູນຊ່ວຍພົນລະເມືອງ ຫວຽດນາມ 1500 ຄົນກັບເມືອປະເທດ, ປັດຈຸບັນ ມີຈຳນວນໜ້ອຍພົນລະເມືອງຖືກຕົກຄ້າງ ຍ້ອນບັນດາບໍລິສັດການບິນ, ບັນດາປະເທດ ແລະ ເຂດແຄ້ວນປ່ຽນແປງນະໂຍບາຍ ເພືຶ່ອຄວບຄຸມໂລກລະບາດໂຄວິດ-19. ບັນດາອົງການຕາງນ້າກໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາບໍລິສັດການບິນສາກົນ ແລະ ອົງການທີ່ກ່ຽວຂ້ອງຢູ່ປະເທດປະຈຳຖິ່ນ ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບວີຊາ, ຮັບປະກັນການເບິ່ງແຍງສຸຂະພາບ, ສະໜອງສະບຽງອາຫານ ກໍ່ຄືບັນດາຖ້ຽວບິນ ເພື່ອກັບເມືອ ຫວຽດນາມ.

        ເຖິງຢ່າງໃດກໍ່ຕາມ, ທ່ານນາງ ເລທິທູຮັງ ກໍ່ຢັ້ງຢືນວ່າ ໃນເງື່ອນໄຂໂລກລະບາດຄືປັດຈຸບັນ, ຕາມການຊີ້ນຳຂອງນາຍົກລັດຖະມົນຕີ, ເລື່ອງນຳພົນລະເມືອງ ຫວຽດນາມ ກັບເມືອປະເທດ ຄວນບຸລິມະສິດໃຫ້ກຸ່ມຄົນມີອາຍຸສູງ, ຄົນເຈັບ, ເດັກນ້ອຍມີເກັນອາຍຸຕ່ຳກ່ວາ 18 ປີ.

 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top