• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ແຮງ​ງານ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ ແລະ ສັງ​ຄົມ ປີ 2021

ຕອນເຊົ້າວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ຈັດກອງປະຊຸມຜັນຂະຫຍາຍໜ້າທີ່ແຮງງານ, ຜູ້ມີຄຸນງາມຄວາມດີ ແລະ ສັງຄົມປີ 2021.
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ

ປີ 2020, ຂະແໜງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ພ້ອມກັບທົ່ວປະເທດ ຜ່ານຜ່າປີ 2020 ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ, ປະກອບສ່ວນເຂົ້າການປະຕິບັດ “ເປົ້າໝາຍຄວບຄູ່” ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ທັງເສດຖະກິດ ແລະ ພັດທະນາເສດຖະກິດ - ສັງຄົມໃຫ້ປະສົບຜົນສຳເລັດ. ບັນດາຜົນງານພົ້ນເດັ່ນທີ່ສຸດນັ້ນແມ່ນ ຍືນສະເໜີຕໍ່ສະພາແຫ່ງຊາດ ຮັບຮອງເອົາກົດໝາຍວ່າດ້ວຍແຮງງານສະບັບປັບປຸງ, ຫວຽດນາມແມ່ນ 1 ໃນ ຈຳນວນ 10 ປະເທດມີອັດຕາຜູ້ວ່າງງານຕ່ຳທີ່ສຸດໃນໂລກ…

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ເນັ້ນໜັກວ່າ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຄວນສົມທົບກັບບັນດາກະຊວງ, ຂະແໜງການ, ບັນດາອົງການຈັດຕັ້ງສັງຄົມ ຢ່າງແໜ້ນແຟ້ນກ່ວາອີກ ເພື່ອ ກາຍເປັນເຄືອຂ່າຍໜູນຊ່ວຍທີ່ດີໃຫ້ແກ່ປະຊາຊົນ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top