• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກທຸລະກິດໜຸ່ມຫວຽດນາມຄັ້ງທີ 6

ວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ເຈືອງຮ່ວາບິ່ງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ແລະ ທ່ານ ເລກວັກຟອງ, ເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດຫວຽດນາມ, ປະທານສູນກາງສະມາຄົມຊາວໜຸ່ມຫວຽດນາມ ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມໃຫຍ່ທົ່ວປະເທດສະມາຄົມນັກທຸລະກິດໜຸ່ມຫວຽດນາມ ຄັ້ງທີ 6, ອາຍຸການ 2018 – 2021.


ທ່ານ ເຈືອງຮ່ວາບິ່ງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ

(ພາບ: thanhnien.vn) 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ຮັບຮູ້, ຍ້ອງຍໍບັນດາຜົນສຳເລັດ, ການປະກອບສ່ວນອັນໃຫຍ່ຫຼວງຂອງຖັນແຖວນັກທຸລະກິດໜຸ່ມໃນການພັດທະນາເສດຖະກິດຂອງປະເທດຊາດໃນໄລຍະຜ່ານມາ; ຍ້ອງຍໍຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ, ສະມາຄົມຊາວໜຸ່ມຫວຽດນາມ ທີ່ໄດ້ມີບັນດາການກຳນົດທິດລະອຽດ, ຈະແຈ້ງ ແລະ ໜູນຊ່ວຍສະມາຄົມນັກທຸລະກິດໜຸ່ມໃນການເຄື່ອນໄຫວຕ່າງໆ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ກໍ່ຮຽກຮ້ອງວ່າ.

        “ສະມາຄົມຄວນເຫັນບັນດາຮູບແບບຮ່ວມເດີນທາງພ້ອມກັບວິສາຫະກິດຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍສາມັກຄີກັນນຳໜ້າໃນແນວຮົບເສດຖະກິດ, ພັດທະນາວິສາຫະກິດເປັນຫຼາຍຮູບຫຼາຍແບບ. ບັນດາວິສາຫະກິດ, ນັກທຸລະກິດໜຸ່ມຄວນປະຕິບັດຕາມບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ. ຍົກສູງກຳລັງຄຸ້ມຄອງ, ນຳໜ້າໃນການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ, ນຳໃຊ້ເຕັກໂນໂລຊີສູງ… ນອກນັ້ນ, ບັນດາວິສາຫະກິດ, ນັກທຸລະກິດໜຸ່ມຄວນຕັ້ງໜ້າສະໜັບສະໜູນເຂົ້າຮ່ວມບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມ, ຕອບບຸນແທນຄຸນ”.

(ແຫຼ່ງຄັດຈາກ VOV)


ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top