• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໃຫຍ່ຜູ້ແທນສະຫະສະມາຄົມນັກທຸລະກິດເປັນນັກຮົບເກົ່າ ຫວຽດນາມ ຄັ້ງທີ 2

      ຕອນເຊົ້າວັນທີ 08 ສິງຫາ, ທີ່ຮ່າໂນ້ຍ, ສະຫະສະມາຄົມນັກທຸລະກິດເປັນນັກຮົບເກົ່າ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນສະຫະສະມາຄົມນັກທຸລະກິດເປັນນັກຮົບເກົ່າ ຫວຽດນາມ ຄັ້ງທີ 2 ອາຍຸການ 2018 – 2023 ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນ 3.
 

ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ
      ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໄດ້ຊົມເຊີຍບັນດາຜົນງານ ເຊິ່ງສະຫະສະມາຄົມບັນດານັກທຸລະກິດເປັນນັກຮົບເກົ່າ ຫວຽດນາມ ໄດ້ມານະພະຍາຍາມບັນລຸໄດ້ໃນອາຍຸການຜ່ານມາ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ກ່າວວ່າ:
        “ການຫັນປ່ຽນໂຄງປະກອບເສດຖະກິດຕາມທິດຜະລິດສິນຄ້າມີຄວາມສາມາດແກ່ງແຍ້ງ ເພື່ອຫລຸດຜ່ອນຄວາມທຸກຍາກແບບຍືນຍົງ. ເພີ່ມທະວີການໝູນໃຊ້ບັນດາຜົນງານວິທະຍາສາດ - ເຕັກໂນໂລຢີເຂົ້າໃນການເຄື່ອນໄຫວຜະລິດດຳເນີນທຸລະກິດ ເພື່ອຜະລິດອອກບັນດາສິນຄ້າທີ່ມີທ່າໄດ້ປຽບການແກ່ງແຍ້ງ, ພັດທະນາບັນດາການບໍລິການທີ່ມີມູນຄ່າເພີ່ມຂຶ້ນສູງ, ຍູ້ແຮງການສົ່ງອອກ ແລະ ການຄ້າພາຍໃນປະເທດ; ເປັນເຈົ້າການເຂົ້າຮ່ວມການເຊື່ອມໂຍງເຂົ້າກັບສາກົນ. ການພັດທະນາເສດຖະກິດຕ້ອງຕິດພັນກັບການປົກປັກຮັກສາສິ່ງແວດລ້ອມຢ່າງແໜ້ນແຟ້ນ, ການພັດທະນາເສດຖະກິດຕິດພັນກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຕັ້ງໜ້າເຂົ້າຮ່ວມການພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນ.
        ໃນອາຍຸການຜ່ານມາ, ສາຂາຂອງສະຫະສະມາຄົມໄດ້ຮັບການສ້າງຕັ້ງຂຶ້ນຢູ່ 36 ແຂວງ, ນະຄອນໃນທົ່ວປະເທດ ດ້ວຍວິສາຫະກິດສະມາຊິກ 7728 ແຫ່ງ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top