• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ກອງປະຊຸມໃຫຍ່ແຫ່ງປະຊາທິປະໄຕ ແລະ ປ່ຽນແປງໃໝ່

ພາຍຫຼັງເຮັດວຽກເປັນເວລາ 8 ວັນ, ໃນຕອນເຊົ້າວັນທີ 28 ມັງ ກອນ 2016, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ໄດ້ ຈັດພິທີປິດກອງປະຊຸມ ແລະ ສຳເລັດຜົນຢ່າງຈົບງາມ. ສະຫາຍ ຫງວຽນ ຝູ້ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝ ທີ XI ໄດ້ຮັບການຄັດເລືອກເປັນເລຂາທິການໃຫຍ່ຄະ ນະບໍລິຫານງານສູນກາງພັກສະໄໝທີ XII ຄືນໃໝ່.


ສະຫາຍ ຫງວຽນຟູ້ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກສະໄໝທີ XI ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່
ຄະນະບໍລິຫານງານສູນກາງພັກຊຸດທີ XII ຄືນໃໝ່. ພາບ: ຈ້ອງຈິ໋ງ/VNP

 
ໄດ້ມີຜູ້ແທນສົມບູນຈຳນວນ 1.510 ທ່ານ ທີ່ຕາງໜ້າໃຫ້ແກ່ສະ ມາຊິກພັກຈຳນວນ 4,5 ລ້ານກວ່າຄົນ ເປັນຕົວແທນໃຫ້ແກ່ກຳລັງ ແຮງແຫ່ງຄວາມສາມັກຄີ, ອຸດົມການ ແລະ ຄວາມມຸ່ງມາດປາດ ຖາໜາຂອງທົ່ວພັກໄດ້ເຂົ້າມາຮ່ວມກອງປະຊຸມໃຫຍ່. ກອງປະ ຊຸມໃຫຍ່ຄັ້ງນີ້ໄດ້ຮັບໂທລະເລກ ອວຍພອນຈາກບັນດາພັກການ ເມືອງ, ບັນດາ ອົງການຈັດຕັ້ງ, ຄະນະທຸຕານຸທູດ ແລະ ເພື່ອນ ມິດສາກົນ 242 ສະບັບ.

ກອງປະຊຸມໃຫຍ່ໄດ້ສະແດງເຖິງຄວາມເປັນເອກະພາບຕໍ່ອຸດົມການ ແລະ ການຕັດສິນໃຈອັນແຮງກ້າຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບໃນຊຸມປີຈະມາເຖິງນີ້, ຕ້ອງປະຕິບັດໃຫ້ໄດ້ຈຸດໝາຍ ລວມນັ້ນຄື:“ເພີ່ມທະວີການກໍ່ສ້າງພັກປອດໃສສະອາດ, ເຂັ້ມແຂງ ຍົກສູງຄວາມອາດສາມາດໃນການນຳພາ ແລະ ກຳລັງການຕໍ່ສູ້ ຂອງພັກ, ກໍ່ສ້າງ ລະບົບການເມືອງທີ່ເຂັ້ມແຂງ. ເສີມຂະຫຍາຍ ກຳລັງແຮງທົ່ວປວງຊົນບັນດາເຜົ່າ ແລະ ປະຊາທິປະໄຕສັງຄົມ ນິຍົມ.

ຍູ້ແຮງຢ່າງຮອບດ້ານ ແລະ ຄົບຊຸດຂະບວນວິວັດແຫ່ງການປ່ຽນ ແປງໃໝ່; ພັດທະນາເສດຖະກິດວ່ອງໄວ, ໝັ້ນຄົງ, ສູ້ຊົນນຳພາ   ປະເທດກາຍເປັນປະເທດອຸດສາຫະກຳພື້ນຖານ ຕາມທິດທັນສະ ໄໝໂດຍໄວ. ຍົກສູງຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງ ປະຊາຊົນ. ມີຄວາມຫມັ້ນຄົງ, ເດັດຂາດ, ມານະອົດທົນຕໍ່ສູ້ເພື່ອ ປົກປັກຮັກສາເອກະລາດ, ສິດອຳນາດ, ເອກະພາບ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງປະເທດຊາດ, ປົກປ້ອງຮັກສາພັກ, ລັດ, ປະ ຊາຊົນ ແລະ ລະບອບສັງຄົມນິຍົມ. ປົກປອ້ງສັນຕິພາບ, ສະຖຽນ ລະພາບ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງກັບສາກົນເພື່ອ ພັດທະນາປະເທດຊາດ. ຍົກສູງຖານະບົດບາດ ແລະ ອິດທິພົນ ຊື່ສຽງຂອງຫວຽດນາມໃນພາກພື້ນ ແລະ ໃນໂລກ”.

ພາບລວມກອງປະຊຸມໃຫຍ່. ພາບ: ຈ້ອງຈິ໋ງ/VNP


ບັນດາຜູ້ແທນດຳເນີນການເລືອກຕັ້ງຄະນະບໍລິຫານງານສູນກາງ ພັກສະໄໝທີ XII. ພາບ: VNA


ບັນດາຜູ້ແທນລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XII ພັກກອມມູນິດຫວຽດນາມ. ພາບ: ຈ້ອງຈິ໋ງ/VNP


ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ສະເໜີຕົວຕໍ່ກອງປະຊຸມໃຫຍ່. ພາບ: ຈ້ອງຈິ໋ງ/VNP

ກອງປະຊຸມໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ XII ລວມທັງຫມົດ 200 ທ່ານ, ໃນນັ້ນ, ມີກຳມະການສົມບູນ   180 ທ່ານ ແລະ ກຳມະການສຳຮອງ 20 ທ່ານ.

ຄະນະບໍລິຫານງານກຳມະການສູນກາງພັກສະໄໝທີ XII ໄດ້ຈັດ ຕັ້ງກອງປະຊຸມຄັ້ງປະຖົມມະລຶກເລືອກຕັ້ງກົມການເມືອງ, ເລຂາທິ ການໃຫຍ່, ຄະນະເລຂາທິການ, ຄະນະກຳມະການ ກວດກາສູນ ກາງ ແລະ ຫົວໜ້າຄະນະກຳມະການກວດກາສູນກາງ ສະໄໝທີ XII. ຄະນະບໍລິຫານງານສູນກາງພັກໄດ້ມີຄວາມເປັນ ເອກະພາບຢ່າງສູງ ເລືອກຕັ້ງສະຫາຍ ຫງວຽນຝູ້ຈ້ອງ, ເລຂາທິການໃຫຍ່ຄະ ນະບໍລິຫານງານສູນກາງພັກສະໄໝທີ XI ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກສະໄໝທີ XII ຄືນໃໝ່.

ກ່າວປາໄສທີ່ພິທີປິດກອງປະຊຸມ, ສະຫາຍເລຂາທິການໃຫຍ່ ຫງວຽນຝູ້ຈ້ອງ ຢືນຢັນວ່າ, ຄະນະບໍລິຫານງານສູນກາງສະໄໝທີ XII ຈະພ້ອມກັນກັບທົ່ວພັກ, ທົ່ວກອງທັບ ແລະ ທ່ົວປວງຊົນສືບ ຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ບົດຮຽນອັນລຳ້ຄ່າຂອງ ພັກເຮົາ, ເພີ່ມທະວີຄວາມສາມັກຄີເປັນເອກະສັນ, ເປັນເອກະພາບ ທາງດ້ານແນວຄິດ ແລະ ການກະທຳ, ສືບຕໍ່ປ່ຽນແປງໃໝ່ທາງ ດ້ານຈີນຕະນາການຢ່າງແຂງແຮງ, ໝູນໃຊ້ຢ່າງປະດິດສ້າງ, ພັດ ທະນາລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ, ຍຶດຫມັ້ນຈຸດໝາຍ ເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ; ປ່ຽນແປງໃໝ່ວິທີ, ແບບ ແຜນ ແລະ ຂະຫນົບທຳນຽມການເຮັດວຽກ ຂອງບັນດາອົງການ ການນຳຂອງພັກແຕ່ສູນກາງ ຮອດຮາກຖານ, ກໍ່ສ້າງແບບແຜນ ການເຮັດວຽກຢ່າງມີວິທະຍາສາດ, ລວມໝູ່, ປະຊາທິປະໄຕ, ໃກ້ ຊິດຕິດແທດກັບປະຊາຊົນ, ເຄົາລົບນັບຖືປະຊາຊົນ, ເພື່ອປະຊາ ຊົນ, ໃກ້ຊິດຕິດຕາມການປະຕິບັດຕົວຈິງ, ຄຳເວົ້າຕ້ອງໄປຄຽງຄູ່ ກັບການກະທຳ, ສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ປະກອບສ່ວນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກຢ່າງມີໄຊ.

ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງໄດ້ຮຽກຮ້ອງໃຫ້ທົ່ວພັກ, ທົ່ວກອງ ທັບ ແລະ ທົ່ວປວງຊົນ, ວົງຄະນາຍາດຫວຽດນາມທີ່ອາໄສຢູ່ຕ່າງ ປະເທດ, ຍົກສູງ ແລະ ເສີມຂະຫຍາຍນ້ຳໃຈຮັກປະເທດຊາດ, ອຸ ດົມການອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ , ກຳລັງ ແຮງມະຫາສາມັກຄີທົ່ວປວງຊົນ, ອອກແຮງແຂ່ງຂັນກັນຈັດຕັ້ງ ປະ ຕິບັດມະຕິກອງປະຊຸມໃຫຍ່ຢ່າງມີໄຊ, ເປີດສັກກະລາດພັດທະນາໃຫມ່, ສະຫງ່າ ແລະ ດີງາມຂອງປະເທດຊາດ, ກ້າວຂຶ້ນສັງຄົມ ນິຍົມຢ່າງຫນັກແຫນ້ນ.

ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງດຳເນີນກອງປະຊຸມຂ່າວສາກົນ ທັນທີຫຼັງພິທີປິດກອງປະຊຸມໃຫຍ່ສິ້ນສຸດລົງ. ພາບ: ຈ້ອງຈິ໋ງ/VNP
 
         ບັນຊີລາຍຊື່ກົມການເມືອງ (19 ສະຫາຍ): 
                
01. ສະຫາຍ ຫງວຽນຟູ້ຈ້ອງ (ເລຂາທິການໃຫຍ່)

02. ສະຫາຍ ເຈີ່ນດ້າຍກວາງ

03. ສະຫາຍ ນາງ ຫງວຽນທິກິມເງິນ

04. ສະຫາຍ ໂງຊວັນລິກ

05. ສະຫາຍ ໂຕ້ເລີມ

06. ສະຫາຍ ຫງວຽນຊວັນຝຸກ

07. ສະຫາຍ ຫງວຽນທ້ຽນເຍີນ

08. ສະຫາຍ ດິງເທ້ຮິງ

09.  ສະຫາຍ ຟ້າມມິງຈິ້ງ

10.  ສະຫາຍ ນາງ ຕ່ອງທິຝ້ອງ

11. ສະຫາຍ ເວືອງດິ່ງເຮວ

12.  ສະຫາຍ ເຈີ່ນກວັກເວື້ອງ(ຫົວໜ້າຄະນະກຳມະການກວດກາ)

13.  ສະຫາຍ ຟ້າມບິ່ງມິງ

14. ສະຫາຍ ນາງ ເຈືອງທິມາຍ

15.  ສະຫາຍ ເຈືອງຮ່ວາບິ່ງ

16. ສະຫາຍ ຫງວຽນວັນບິ່ງ

17. ສະຫາຍ ຫວໍວັນເຖືອງ

18. ສະຫາຍ ດິງລາທັງ

19. ສະຫາຍ ຮ່ວາງຈູງຫາຍ

 
 
              ບັນຊີລາຍຊື່ຄະນະເລຂາສູນກາງພັກ (3 ທ່ານ): 
 
01. ສະຫາຍ ຫງວຽນຮວ່າບິ່ງ

02. ສະຫາຍ ຫງວຽນວັນເນນ

03. ສະຫາຍ ເລືອງເກື່ອງ
                       
 
 
ປະຕິບັດໂດຍ: VNA/VNP

ພັດທະນາ ເສດຖະກິດເອກະຊົນ ໄດ້ກາຍເປັນ ແຮງຜັກດັນ ສຳຄັນ ທີ່ສຸດ

ພັດທະນາ ເສດຖະກິດເອກະຊົນ ໄດ້ກາຍເປັນ “ແຮງຜັກດັນ ສຳຄັນ ທີ່ສຸດ”

ຕະຫຼອດໄລຍະ 40 ປີຜ່ານມາ, ເສດຖະກິດເອກະຊົນ ໄດ້ຮັບການ ຢືນຢັນວ່າ ເປັນກຳລັງຜັກດັນ ທີ່ສຳຄັນ ຂອງ ພື້ນຖານເສດຖະກິດ, ແຕ່ກໍຍັງມີຂໍ້ຄົງຄ້າງ ແລະ ຂໍ້ຈຳກັດ, ຍັງບໍ່ທັນໄດ້ນຳໃຊ້ທ່າແຮງບົ່ມ ຊ້ອນ, ກຳລັງພາຍໃນໄດ້ໝົດ ແລະ ຍັງບໍ່ທັນປະກອບສ່ວນ ສົມກັບ ພື້ນຖານເສດຖະກິດ ແຫ່ງຊາດ, ນັບທັງດ້ານປະລິມານ ແລະ ຂອບ ຂະໜາດ. ດັ່ງນັ້ນ, ລັດຖະບານ ຈຶ່ງໄດ້ອອກມະຕິວ່າດ້ວຍ ການພັດ ທະນາເສດຖະກິດເອກະຊົນ ດ້ວຍຈິດໃຈ 6 ຢ່າງທີ່ຊັດເຈນຄື: “ຄົນ ຊັດເຈນ, ວຽກ ຊັດເຈນ, ຄວາມຮັບຜິດຊອບ ຊັດເຈນ, ສິດ ຊັດເຈນ, ເວລາ ຊັດເຈນ, ຜົນໄດ້ຮັບ ຊັດເຈນ”.

Top