• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໂຕະມົນບັນດາການນຳທີ່ເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ”

ຕອນເຊົ້າວັນທີ 27 ເມສາ, ທີ່ນະຄອນຫລວງ ປັກກິ່ງ, ປະເທດ ຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມວາລະປະຊຸມທີ 1 ກອງປະຊຸມໂຕະມົນບັນດາການນຳທີ່ເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຄັ້ງທີ 2.

ກອງປະຊຸມໂຕະມົນ (ພາບ: TTXVN)
ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເປັນປະທານວາລະປະຊຸມດັ່ງກ່າວ ດ້ວຍຫົວຂໍ້ວ່າ: “ຊຸກຍູ້ການເຊື່ອມຕໍ່ ເພື່ອຊອກຫາບັນດາກຳລັງໜູນການເຕີບໂຕໃໝ່”. ນະທີ່ນີ້, ບັນດາການນຳໂລກໄດ້ສຸມໃສ່ປຶກສາຫາລືກ່ຽວກັບການຮ່ວມມືໃນຂອບເຂດຂໍ້ລິເລີ່ມ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຢ່າງເລິກເຊິ່ງກ້ວາງຂວາງກ່ວາ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານປະເທດ ຈີນ ສີຈິ້ງຜິງ ເນັ້ນໜັກວ່າ ຂໍ້ລິເລີ່ມ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ແມ່ນສຸມໃສ່ການເຊື່ອມຕໍ່ພື້ນຖານໂຄງລ່າງ, ຍູ້ໄວການຮ່ວມມື ແລະ ການຜະລິດສະຫລາດໃນບັນດາຂົງເຂດທີ່ເປັນບານພັບຂອງພື້ນຖານເສດຖະກິດດີຈີຕອນ.
(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ລາວ ຢັ້ງ​ຢືນ​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ແມ່ນ​ສາຍ​ພົວ​ພັນ​ມີ​ໜຶ່​ງ​ບໍ່​ມີ​ສອງ

ສື່ມວນ​ຊົນ​ລາວ ຢັ້ງ​ຢືນ​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ແມ່ນ​ສາຍ​ພົວ​ພັນ​ມີ​ໜຶ່​ງ​ບໍ່​ມີ​ສອງ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລາວ - ຫວຽດ​ນາມ ຄົບ​ຮອບ 49 ປີ (18/07/1977 – 18/07/2026), ໜັງ​ສື​ພິມ ປະ​ເທດ​ລາວ ຂອງສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວ ຫາ​ກໍ່​ລົງ​ບົດ​ຂຽນ​ໂດຍ​ຢັ້ງ​ຢືນ “ສາຍ​ພົວ​ພັນ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ແມ່ນ​ສາຍ​ພົວ​ພັນ​ມີ​ໜຶ່ງ​ບໍ່​ມີ​ສອງ​ໃນ​ໂລກ”.

Top