• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນັດກ່ຽວກັບວຽກງານຕ້ານການຄ້າເຖື່ອນ, ສໍ້ໂກງການຄ້າ


ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈື​ອງ​ຮ່​ວາ​ບີງ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
      ກອງ​ປະ​ຊຸມ​ໂດຍ​ກົງ​​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດຂອງ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບວຽກ​ງານ​ຕ້ານ​ການ​ຄ້າ​ເຖື່ອນ, ສໍ້​ໂກງ​ການ​ຄ້າ ແລະ ສິນ​ຄ້າ​ປອມ ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 9/3 ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈື​ອງ​ຮ່​ວາ​ບີງ, ຫົວ​ຫນ້າ​ຄະ​ນະ​ຊີ້​ນຳ​ ແຫ່ງ​ຊາດ​ກ່ຽວ​ກັບວຽກ​ງານ​ຕ້ານ​ການ​ຄ້າ​ເຖື່ອນ, ສໍ້​ໂກງ​ການ​ຄ້າ ແລະ ສິນ​ຄ້າ​ປອມ. ທີ່ກອງ​ປະ​ຊຸມ, ມີ​ຫລາຍຄຳ​ເຫັນຖື​ວ່າ​ຄວນ​ສືບ​ຕໍ່​ສ້າງ​ສຳ​ເລັດ, ປັບ​ປຸງ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ​ຮັບ​ປະ​ກັນ​ລັກ​ສະ​ນະ​ຄວາມ​ເປັນ​ໄປ​ໃນ​ການ​ແກ້​ໄຂ, ຕ້ອງ​ເດັດ​ດ່ຽວ​ໃນ​ການ​ແກ້​ໄຂ, ສະ​ກັດ​ກັ້ນ​ສະ​ພາບ​ການ​ຄ້າ​ເຖື່ອນ, ສໍ້​ໂກງ​ການ​ຄ້າ ແລະ ສິນ​ຄ້າ​ປອມ. ທ່ານ​ໂດ​ທັງ​ຫາຍ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ສະ​ເຫນີ​ວ່າ​:
        “ພວກ​ຂ້າ​ພະ​ເຈົ້າ​ສະ​ເຫນີ​ລັດ​ຖະ​ບານ ສືບ​ຕໍ່​ຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ພິ​ເສດ​ແມ່ນ​ບັນ​ດາ​ທ້ອງ​ຖິ່ນ​ຄວນ​ເພີ່ມ​ທະ​ວີ​ບັນ​ດາ​ວຽກ​ງານກວດ​ກາ, ຄວບ​ຄຸມ​ການ​ສະ​ກັດ​ກັ້ນ​ສິນ​ຄ້າ​ນຳ​ເຂົ້າ​ເຖື່ອນ​​ຢູ່ຊາຍ​ແດນ, ຖ້າ​ຜ່ານ​ຊາຍ​ແດນ​ແລ້ວ​ແມ່ນ​ຍາກ​ທີ່ກວດ​ກາ​ໄດ້.”
 (ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top