• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ

      ແຕ່ວັນທີ 6 – 8 ມີນາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ຫວຽດນາມ ປະຈຳ ອາຊຽນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ (ອາຊຽນ SOM) ເຊິ່ງໄດ້ຈັດຕັ້ງຢູ່ນະຄອນ ຈຽງຣາຍ, ປະເທດໄທ. 

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (ພາບ: dangcongsan.vn)
      ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບວ່າ ອາຊຽນ ຄວນມານະພະຍາຍາມປະຕິບັດບັນດາຈຸດສຸມ, ບຸລິມະສິດທີ່ໄດ້ວາງອອກໃຫ້ປີ 2019 ໃຫ້ບັນລຸຜົນສຳເລັດ ແນໃສ່ຊຸກຍູ້ປະຊາຄົມໝັ້ນຄົງໃນທຸກດ້ານ, ຖືປະຊາຊົນເປັນໃຈກາງ ແລະ ບໍ່ປະໃຫ້ໃຜຖືກປະໄວ້ຢູ່ທາງຫລັງ. ຄາດວ່າ ບັນດາການນຳ ອາຊຽນ ຈະຮັບຮອງເອົາຖະແຫຼງການໃນເດືອນ ມິຖຸນາ 2019.
        ກ່ຽວກັບການພົວພັນການຕ່າງປະເທດ, ບັນດາຜູ້ແທນໄດ້ກວດກາຄືນວຽກງານກະກຽມໃຫ້ບັນດາກອງປະຊຸມສຳຄັນກັບບັນດາຄູ່ຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນມີບັນດາກອງປະຊຸມເຈົ້າໜ້າທີ່ອາວຸໂສລະຫວ່າງ ອາຊຽນ ກັບ ຈີນ, ນິວຊີແລນ, ການາດາ, ອາເມລິກາ, ອົດສະຕາລີ ແລະ ຍີ່ປຸ່ນ. ສຳລັບ ຈີນ, ກອງປະຊຸມໄດ້ຮັບຮອງບັນດາບາດກ້າວໃນວິວັດການປຶກສາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC), ໄດ້ສ້າງຄວາມສະດວກເພື່ອໃຫ້ 2 ຝ່າຍອາດຈະສຳເລັດການປຶກສາຄັ້ງທີ 1 ເອກະສານ COC ກ່ອນທີ່ດຳເນີນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຈີນ ໃນເດືອນ ສິງຫາ 2019.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top