• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມອອນລາຍຂອງບັນດາເຈົ້າໜ້າທີ່ອາວຸໂສລະຫວ່າງຂະແໜງການອາຊຽນ - ອາເມລິກາກ່ຽວກັບບັນດາກໍລະນີສຸກເສີນທາງດ້ານສາທາລະນະສຸກໃນວົງຄະນະຍາດ

      ກອງປະຊຸມອອນລາຍຂອງບັນດາເຈົ້າໜ້າທີ່ອາວຸໂສລະຫວ່າງຂະແໜງການອາຊຽນ - ອາເມລິກາກ່ຽວກັບບັນດາກໍລະນີສຸກເສີນທາງດ້ານສາທາລະນະສຸກໃນວົງຄະນະຍາດ ເພື່ອແນໃສ່ຊຸກຍູ້ການຮ່ວມມື ແລະປະສານສົມທົບລະຫວ່າງອາເມລິກາ ແລະອາຊຽນໃນການຮັບມືກັບໂລກລະບາດໂຄວິດ - 19.

ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະSOM ASEAN - ຫວຽດນາມ
ເປັນປະທານກອງປະຊຸມ (ພາບ:
quocte.vn)
      ກອງປະຊຸມດັ່ງກ່າວໂດຍທ່ານ ຫງວຽນກ໊ວກຢຸງຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະSOM ASEAN - ຫວຽດນາມ, ປະທານກຸ່ມປະຕິບັດງານຂອງສະພາປະສານງານອາຊຽນກັບທ່ານ David Stilwell ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາຮັບຜິດຊອບບັນດາບັນຫາອາຊີຕາເວັນອອກ ແລະປາຊີຟິກ ເປັນປະທານຮ່ວມ.
            ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫງວຽນກ໊ວກຢຸງ ເນັ້ນໜັກວ່າບັນດາຄວາມມານະພະຍາຍາມເປັນເຈົ້າການ ຮັບມືຢ່າງທັນການຂອງອາຊຽນ ນັບແຕ່ຫົວທີ ສາມາດບັນລຸໄດ້ບັນດາໝາກຜົນໃນເບື້ອງຕົ້ນ. ນະທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫງວຽນກ໊ວກຢຸງກໍໄດ້ສະເໜີບັນດາທິດທາງການຮ່ວມມືລະຫວ່າງອາຊຽນ ແລະອາເມລິກາ ໃນການຄວບຄຸມ, ສະກັດກັ້ນໂລກລະບາດກໍຄືການຮັບມືກັບບັນດາຜົນກະທົບທີ່ຫຍໍ້ທໍ້ກ່ຽວກັບເສດຖະກິດ - ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃຫ້ເປັນປົກກະຕິ ແລະຢັ້ງຢືນວ່າ, ຫວຽດນາມຈະຕັ້ງໜ້າເສີມຂະຫຍາຍວຽກງານປະສານງານບັນດາຄວາມມານະພະຍາຍາມຂອງອາຊຽນ ເພື່ອຈຸດປະສົງນີ້.
        ໃນຂະນະນັ້ນ, ບັນດາປະເທດອາຊຽນ ແລະອາເມລິກາ ໃຫ້ຄໍາໝັ້ນສັນຍາວ່າຈະເພີ່ມທະວີການຮ່່ວມມື, ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບມືກັບໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ຮັບປະກັນຄວາມປອດໄພ ແລະສຸຂະພາບໃຫ້ແກ່ປະຊາຊົນ; ເຫັນດີຕັ້ງໜ້າແບ່ງປັນຂໍ້ມູນຂ່າວສານ, ປະສົບການ, ໜູນຊ່ວຍດ້ານເຕັກນິກໃນການຄວບຄຸມ, ສະກັດກັ້ນການແຜ່ລະບາດ ແລະປິ່ນປົວຜູ້ຕິດເຊື້ອ. ອາຊຽນ ແລະ ອາເມລິກາກໍຢັ້ງຢືນວ່າຈະຕັ້ງໜ້າສົມທົບກັນຊຸກຍູ້ບັນດາມາດຕະການ ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຕໍ່ພື້ນຖານເສດຖະກິດ - ສັງຄົມຈາກໂລກລະບາດໃຫ້ຢູ່ໃນລະດັບຕ່ຳສຸດ, ຮັກສາຕະຫຼາດເປີດ, ຮັກສາການແລກປ່ຽນການຄ້າ, ການບໍລິການ ແລະ ການລົງທຶນໃຫ້ເປັນປົກກະຕິ, ຮັບປະກັນແຫຼ່ງສະໜອງບັນດາປະເພດສິນຄ້າທີ່ຈໍາເປັນ, ໂດຍສະເພາະແມ່ນອຸປະກອນການແພດ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top