20/02/2021 08:36 GMT+7 Email Print Like 0

ກອງປະຊຸມສຸດຍອດ G7: ພາລະກຳ ແລະ ສິ່ງທ້າທາຍ

      ວັນທີ 20 ກຸມພາ, ການນຳ 7 ປະເທດອຸດສາຫະກຳພັດທະນາ (G7) ຈະຈັດຕັ້ງກອງປະຊຸມສຸດຍອດພາຍໃຕ້ຮູບການທາງອອນລາຍ. ນີ້ແມ່ນກອງປະຊຸມສຸດຍອດ G7 ທຳອິດທີ່ໄດ້ຈັດຂຶ້ນນັບແຕ່ເດືອນເມສາ 2020, ພ້ອມທັງແມ່ນເຫດການສາກົນໃຫຍ່ ທຳອິດ ທີ່ມີການເຂົ້າຮ່ວມຂອງທ່ານປະທານາທິບໍດີຄົນໃໝ່ ອາເມລິກາ Joe Biden. ໂດຍຖືກຈັດຂຶ້ນໃນສະພາບການທີ່ໂລກລະບາດໂຄວິດ - 19 ສືບຕໍ່ແຜ່ລາມອອກສູ່ວົງກວ້າງ ແລະ ສົ່ງຜົນກະທົບຢ່າງໜັກໜ່ວງໃນຂອບເຂດທົ່ວໂລກນັ້ນ, ກອງປະຊຸມສຸດຍອດ G7 ຄັ້ງນີ້ ໄດ້ຮັບການຕັ້ງຄວາມຫວັງຫຼາຍຢ່າງ, ດັ່ງນັ້ນ, ກອງປະຊຸມດັ່ງກ່າວກໍຕ້ອງປະເຊີນໜ້າກັບຄວາມກົດດັນຕ່າງໆ.
      ຕາມວົງການນັກໄຈ້ແຍກແລ້ວ, ພາລະກຳ ແລະ ກໍແມ່ນສິ່ງທ້າທາຍໃຫຍ່ຫຼວງທີ່ສຸດຂອງກອງປະຊຸມສຸດຍອດ G7 ຄັ້ງນີ້ ແມ່ນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ທີ່ພວມຄຸກຄາມໃນທົ່ວໂລກ ແລະ ການຟື້ນຟູພື້ນຖານເສດຖະກິດໂລກ ທີ່ພວມໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດດັ່ງກ່າວ.
        ພາລະກຳ
        ກ່ອນວັນດຳເນີນເຫດການດັ່ງກ່າວໜຶ່ງ ອາທິດ, ທຳນຽບຂາວ ໄດ້ອອກແຈ້ງການ ໂດຍຊີ້ແຈ້ງວ່າ: ນີ້ແມ່ນກາລະໂອກາດເພື່ອໃຫ້ທ່ານປະທານາທິບໍດີ ອາເມລິກາ Joe Biden ປຶກສາຫາລືກັບການນຳບັນດາປະເທດໃນກຸ່ມ G7 ກ່ຽວກັບແຜນການຮັບມືກັບໂລກລະບາດໂຄວິດ - 19 ແລະ ແຜນການສ້າງພື້ນຖານເສດຖະກິດໂລກຄືນໃໝ່. ຕາມນັ້ນແລ້ວ, ທ່ານປະທານາທິບໍດີ Joe Biden ຈະສຸມໃສ່ບັນດາຫົວຂໍ້ປຶກສາຫາລືຄື ແບບວິທີທີ່ທົ່ວໂລກຮັບມືກັບການເຄື່ອນໄຫວຜະລິດ ແລະ ຈຳໜ່າຍວັກຊິນກັນພະຍາດໂຄວິດ - 19, ການຮັກສາບັນດາຄວາມມານະພະຍາຍາມຮ່ວມມືຕ້ານຄືນໄພນາບຂູ່ຂອງໂລກລະບາດດັ່ງກ່າວ ດ້ວຍການສ້າງກຳລັງຄວາມສາມາດແຫ່ງຊາດ ແລະ ສ້າງກອງທຶນຄ້ຳປະກັນສາທາລະນະສຸກສຳຮອງ. ພ້ອມກັນນັ້ນ, ການນຳ ອາເມລິກາ ກໍແລກປ່ຽນກັບການນຳບັນດາປະເທດ G7 ກ່ຽວກັບນະໂຍບາຍເສດຖະກິດຂອງຕົນ, ຜ່ານນັ້ນ, ສົ່ງເສີມບັນດາປະເທດໃນກຸ່ມ ແລະ ບັນດາປະເທດຫັນເປັນອຸດສາຫະກຳທັງໝົດ ຈົ່ງສືບຕໍ່ມີການໜູນຊ່ວຍ ເພື່ອຟື້ນຟູເສດຖະກິດ ແລະ ວາງອອກມາດຕະການລວມອື່
ນໆ.

ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: TTXVN)
      ສ່ວນທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson, ປະທານກອງປະຊຸມສຸດຍອດ G7 ປີ 2021 ເນັ້ນໜັກວ່າ, ບັນດາມາດຕະການແກ້ໄຂສິ່ງທ້າທາຍເຊິ່ງໂລກພວມຕ້ອງປະເຊີນໜ້ານັ້ນ ລ້ວນແຕ່ນອນໃນໂຄງການດຳເນີນງານ, ນັບແຕ່ພາລະກຳຜັນຂະຫຍາຍໂຄງການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແຕ່ລະປະເທດ ຕະຫຼອດຮອດການສະກັດກັ້ນໄພນາບຂູ່ຕ່າງໆສຳລັບລະບົບຊີວະພາບ ແລະ ການຟື້ນຟູແບບຍືນຍົງ ພາຍຫຼັງວິກິດການໂຄວິດ - 19. ທ່ານນາຍົກລັດຖະມົນຕີ ອັງກິດ ກໍຮຽກຮ້ອງໃຫ້ G7 ມີວິທີການສຳຜັດກັບໂລກລະບາດໃນທົ່ວໂລກ, ເປັນຕົ້ນແມ່ນ ອອກແບບລະບົບເຕືອນໄພໄວ ເພື່ອແນໃສ່ຢຸດຕິ “ລັດທິຊາດນິຍົມ ແລະ ການແບ່ງແຍກດ້ານການເມືອງ” ເຊິ່ງເປັນປັດໄຈມ້າງເພທຳລາຍບັນດາຄວາມມານະພະຍາຍາມສະກັດກັ້ນໂລກລະບາດໂຄວິດ - 19 ໃນເບື້ອງຕົ້ນ. ໄປຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ Boris Johnson ກໍປາດຖະໜາວ່າ ຈະຍາດແຍ່ງບົດບາດເປັນປະທານ G7 ເພື່ອຊຸກຍູ້ຄວາມເຫັນດີເຫັນພ້ອມໃນການຟື້ນຟູເສດຖະກິດ ຫຼັງໄລຍະໂລກລະບາດ ຕາມທິດຍືນຍົງ ແລະ ການຄ້າເສລີ.
ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson  (ພາບ: Reuters)
      ກ່ອນໜ້ານັ້ນ, ໃນກອງປະຊຸມທີ່ຖືກດຳເນີນໃນວັນທີ 12 ກຸມພາ, ເຈົ້າໜ້າທີ່ຮັບຜິດຊອບດ້ານການເງິນຂອງບັນດາປະເທດ G7 ກໍໄດ້ປຶກສາຫາລືກ່ຽວກັບບັນດາວິທີການເພື່ອແນໃສ່ເພີ່ມທະວີການຮ່ວມມືເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກດ້ານເສດຖະກິດ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ພາຍຫຼັງສິ້ນສຸດກອງປະຊຸມດັ່ງກ່າວ, ທ່ານລັດຖະມົນຕີກະຊວງການເງິນ ຍີ່ປຸ່ນ Taro Aso ໃຫ້ຮູ້ວ່າ ການນຳດ້ານການເງິນຂອງບັນດາປະເທດ G7 ໄດ້ປຶກສາຫາລືກ່ຽວກັບເສົາຄ້ຳຕ່າງໆໃນນະໂຍບາຍເສດຖະກິດມະຫາພາກ ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຂອງໂລກລະບາດໂຄວິດ - 19, ກໍຄືຊ່ວຍເຫຼືອບັນດາປະເທດທີ່ມີລາຍຮັບຕ່ຳ, ໃນນັ້ນ ມີບັນດາມາດຕະການຫຼຸດຜ່ອນໜີ້ສິນ.
        ຄວາມກົດດັນ ແລະ ສິ່ງທ້າທາຍ
        ເພື່ອປະຕິບັດບັນດາພາລະກຳ ທີ່ໄດ້ຮັບຖືວ່າ ແມ່ນປະຫວັດສາດໃນປັດຈຸບນ, G7 ຕ້ອງມານະພະຍາຍາມຫຼາຍກວ່າອີກ, ໃນນັ້ນຄວາມສາມັກຄີ ແລະ ຄວາມເປັນເອກະພາບ ລະຫວ່າງບັນດາປະເທດສະມາຊິກ ໄດ້ຮັບຖືວ່າ ແມ່ນປັດໄຈສຳຄັນແຖວໜ້າ. ເຖິງຢ່າງໃດກໍຕາມ, ໃນຕົວຈິງ, ການແບ່ງແຍກພາຍໃນກຸ່ມ G7 ນີ້ ແມ່ນສິ່ງທີ່ໜ້າວິຕົກກັງວົນສຳລັບທິດທາງການເຄື່ອນໄຫວ. ຫວ່າງມໍ່ໆມານີ້, ສຳນັກຂ່າວສານ  Bloomberg ຂອງ ອາເມລິກາ ໄດ້ຄັດສະເໜີບາງແຫຼ່ງຂ່າວຈາກວົງການນັກການທູດ ໂດຍໃຫ້ຮູ້ວ່າ ລັດຖະບານຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໄດ້ມີ “ປະຕິກິລິຍາຢ່າງແຮງ” ສຳລັບຂໍ້ລິເລີ່ມຂອງທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ກ່ຽວກັບການເພີ່ມທະວີບົດບາດຂອງບັນດາປະເທດທີ່ຖືກເຊີນໃນເວທີປາໄສ G7 ໃຫ້ຫຼາຍກວ່າອີກ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ກໍເຄີຍເຊື້ອເຊີນ ສ.ເກົາຫຼີ, ອິນເດຍ ແລະ ອົດສະຕາລີ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ຢູ່ Cornwall (ອັງກິດ) ໃນເດືອນມິຖຸນາ ປີ 2020. ການເຊື້ອເຊີນປະເທດອື່ນເຂົ້າຮ່ວມ ແມ່ນທຳນຽມຂອງບັນດາປະເທດເຈົ້າພາບ G7 ແຕ່ບົດບາດ ແລະ ການປະກອບສ່ວນຂອງບັນດາປະເທດຖືກເຊີນໃນເວທີປາໄສນີ້ ຍັງມີຂໍ້ຈຳກັດຫຼາຍພໍສົມຄວນ. ເພາະສະນັ້ນ, ໃນກອງປະຊຸມອອນລາຍຂອງ G7 ທີ່ຖືກຈັດຂຶ້ນໃນວັນທີ 22 ມັງກອນ ຜ່ານມາ, ລັດຖະບານ ອັງກິດ ໄດ້ແຈ້ງໃຫ້ຊາບວ່າ ພວມຂຶ້ນແຜນເຊີນ 3 ປະເທດ ເຂົ້າຮ່ວມບາງສ່ວນໃນກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ ແລະ ລົງນາມໃນ “ກົດບັດສັງຄົມເປີດ” ກັບບັນດາປະເທດສະມາຊິກ.
        ລັດຖະບານ ຍີ່ປຸ່ນ ຖືວ່າ, ເປົ້າໝາຍຂອງກອງປະຊຸມສຸດຍອດປີນີ້ ແມ່ນສ້າງສາກຸ່ມ G7 ຄືນໃໝ່, ຫາກບໍ່ແມ່ນຫັນສາຍພົວພັນກັບບັນດາປະເທດຖືກເຊີນໃຫ້ເປັນລະບອບລະບຽບການ. ບັນດາປະເທດສະມາຊິກອື່ນໆຂອງ ເອີີີຣົບ ຄື ຝລັ່ງ, ອີຕາລີ ແລະ ເຢຍລະມັນ, ກໍສະແດງທັດສະນະທີ່ຄ້າຍຄືກັນກັບ ຍີ່ປຸ່ນ. ນັກການທູດບາງທ່ານໃນກຸ່ມ ກໍມີຄວາມວິຕົກກັງວົນວ່າ, ອັງກິດ ພວມພະຍາຍາມຫາວິທີເພື່ອສ້າງກຸ່ມ G7 ຄືນໃໝ່. ພິເສດ, ວົງການນັກການທູດ ເອີຣົບ ກໍກ່າວເຕືອນວ່າ ການກະທຳດັ່ງກ່າວຂອງ ອັງກິດ ມີຄວາມສ່ຽງຍູ້ກຸ່ມ G7 ຕົກເຂົ້າສູ່ສະພາບສູ້ຢັນກັນກັບ ຈີນ ແລະ ປະເທດອື່ນໆ ເຊິ່ງເປັນສິ່ງທີ່ບັນດາປະເທດສະມາຊິກ G7 ຕ່າງກໍພະຍາຍາມຫຼີກລ້ຽງ./.
 (ແຫຼ່ງຄັດຈາກ VOV)