ເມື່ອອະທິບາຍດ້ວຍເຫດຜົນ ຍ້ອນຫຍັງ ຮ່າໂນ້ຍ ໄດ້ເລືອກເຟັ້ນເປັນສະຖານທີ່ຈັດຕັ້ງກອງປະຊຸມ ສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2, ບັນດານັກຊ່ຽວຊານ ຫວຽດນາມ ແລະ ຕ່າງປະເທດ ລ້ວນແຕ່ໃຫ້ຮູ້ວ່າ ນັ້ນແມ່ນຍ້ອນ ຫວຽດນາມ ເປັນສັນຍາລັກຂອງຂະບວນວິວັດແຫ່ງການຂ້າມໄປສົງຄາມ, ຕັດອະດີດ, ໄຂປະຕູແຫ່ງການເຊື່ອມໂຍງ ແລະ ພັດທະນາ.
“ນັບຕັ້ງແຕ່ເວລາມາເຖິງ ຫວຽດນາມ, ຂ້າພະເຈົ້າໄດ້ເຫັນ ຫວຽດນາມ ມີການປ່ຽນແປງຫຼາຍຢ່າງ, ມາເຖິງມື້ນີ້ ທົ່ວໂລກ ພວມມີຄວາມສົນໃຈເຖິງປະເທດ ຫວຽດນາມ”.
ທ່ານປະທານາທິບໍດີ ສ ອາເມລິກາ Donald Trump ໄດ້ໄຂຄວາມໃນໃຈອອກມາຄືແນວນັ້ນຜ່ານທາງອິນເຕີເນັດ Twitter.
|
ມີຫຼາຍເຫດຜົນເພື່ອໃຫ້ ຫວຽດນາມ ໄດ້ທັງ ສ ອາເລິກາ ແລະ ສປປ ເກົາຫຼີ ເລືອກເຟັ້ນ. ໃນຊຸມປີຜ່ານມາ, ພ້ອມກັບພື້ນຖານການເມືອງທີ່ໝັ້ນຄົງ, ສະພາບແວດລ້ອມສະຫງົບ ແລະ ປອດໄພ,ຫວຽດນາມ ມີຫຼາຍບົດຮຽນໃນການຈັດຕັ້ງສຳເລັດບັນດາ ກອງປະຊຸມລະດັບສາກົນ. ໃນອະນາຄົດ, ຫວຽດນາມ ຈະດຳລົງຕຳແໜ່ງປະທານ ອາຊຽນ ເມື່ອປີ 2020 ແລະ ພວມເປັນ ປະເທດໜຶ່ງດຽວຂອງກຸ່ມບັນດາປະເທດ ອາຊີ-ປາຊີຟິກ ສະໝັກ ເລືອກຕັ້ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄລຍະ 2020-2021.