• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາ “ການກຳນົດທິດພັດທະນາພາສາຊົນເຜົ່າສ່ວນຫນ້ອຍຜ່ານຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ”

      ວັນທີ 27 ພຶດສະພາ, ຢູ່ສູນກະຈາຍສຽງແຫ່ງຊາດ ເຮືອນເລກທີ 58 ຖະຫນົນ ກວານຊື ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ສົມທົບກັບສະພາຊົນເຜົ່າຂອງສະພາແຫ່ງຊາດ, ຄະນະກຳມະການຊົນເຜົ່າ, ສະຖາບັນພາສາສາດ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ການກຳນົດທິດພັດທະນາພາສາຊົນເຜົ່າສ່ວນຫນ້ອຍຜ່ານຄື້ນວິທະຍຸກະຈາຍສຽງຫວຽດນາມ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
      ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນເທກີ໋, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມໄດ້ເນັ້ນຫນັກວ່າ:
        “ສຳລັບ 12 ລາຍການກະຈາຍສຽງພາກພາສາຊົນເຜົ່າທີ່ໄດ້ອອກອາກາດໃນຫລາຍປີຜ່ານມາຂອງວິທະຍຸກະຈາຍສຽງຫວຽດນາມ ຄວນມີການປ່ຽນໃຫມ່, ຍົກສູງຄຸນນະພາບກ່ຽວກັບດ້ານເນື້ອໃນ, ວິທີສະແດງ, ເວລາອອກອາກາດ, ບ່ອນຜະລິດລາຍການ, ບ່ອນອອກອາກາດ.”
ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາລ້ວນແຕ່ຖືວ່າ ເລື່ອງສ້າງຊ່ອງກະຈາຍສຽງສະຫງວນສະເພາະໃຫ້ຜູ້ຟັງແມ່ນຊາວຊົນເຜົ່າສ່ວນຫນ້ອຍ ແມ່ນວຽກງານຈຳເປັນທີ່ສຸດ, ມີຄວາມໝາຍດ້ານການເມືອງ, ສັງຄົມຍິ່ງໃຫຍ່.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ​ ໄດ້​ຕັດ​ສິນ​ໃຈ​ຍົກ​ລະ​ດັບ​ກາ​ນ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ເປັນຂີດໝາຍບາດ​ກ້າວ​ພັດ​ທະ​ນາ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ປີ 1973.

Top