ຂ່າວສານ

ກອງປະຊຸມສຳມະນາ “ການກຳນົດທິດພັດທະນາພາສາຊົນເຜົ່າສ່ວນຫນ້ອຍຜ່ານຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ”

      ວັນທີ 27 ພຶດສະພາ, ຢູ່ສູນກະຈາຍສຽງແຫ່ງຊາດ ເຮືອນເລກທີ 58 ຖະຫນົນ ກວານຊື ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ສົມທົບກັບສະພາຊົນເຜົ່າຂອງສະພາແຫ່ງຊາດ, ຄະນະກຳມະການຊົນເຜົ່າ, ສະຖາບັນພາສາສາດ ໄດ້ຈັດຕັ້ງກອງປະຊຸມສຳມະນາ ການກຳນົດທິດພັດທະນາພາສາຊົນເຜົ່າສ່ວນຫນ້ອຍຜ່ານຄື້ນວິທະຍຸກະຈາຍສຽງຫວຽດນາມ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
      ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນເທກີ໋, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມໄດ້ເນັ້ນຫນັກວ່າ:
        ສຳລັບ 12 ລາຍການກະຈາຍສຽງພາກພາສາຊົນເຜົ່າທີ່ໄດ້ອອກອາກາດໃນຫລາຍປີຜ່ານມາຂອງວິທະຍຸກະຈາຍສຽງຫວຽດນາມ ຄວນມີການປ່ຽນໃຫມ່, ຍົກສູງຄຸນນະພາບກ່ຽວກັບດ້ານເນື້ອໃນ, ວິທີສະແດງ, ເວລາອອກອາກາດ, ບ່ອນຜະລິດລາຍການ, ບ່ອນອອກອາກາດ.
ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາລ້ວນແຕ່ຖືວ່າ ເລື່ອງສ້າງຊ່ອງກະຈາຍສຽງສະຫງວນສະເພາະໃຫ້ຜູ້ຟັງແມ່ນຊາວຊົນເຜົ່າສ່ວນຫນ້ອຍ ແມ່ນວຽກງານຈຳເປັນທີ່ສຸດ, ມີຄວາມໝາຍດ້ານການເມືອງ, ສັງຄົມຍິ່ງໃຫຍ່.
(ແຫຼ່ງຄັດຈາກ VOV)

top