• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາປະກອບຄຳເຫັນໃສ່ຮ່າງແຜນຮ່າງຍື່ນສະເໜີຕໍ່ກອງປະຊຸມສູນກາງ 6

ທ່ານ​ ຟ້າ​ມມີ​ງຈິ໋ງ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ
      ຕອນ​ເຊົ້າ​ວັນ​ທີ 18/03 ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ແຜນ​ຮ່າງ​ສູນ​ກາງ 6 ຈັດ​ຕັ້ງ​ກອງ​ປະຊຸ​ມສຳ​ມະ​ນາ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ແຜນ​ຮ່າງ “ສືບ​ຕໍ່​ປ່ຽນ​ໃໝ່​​ແບບວິທີ​ຊີ້​ນຳ​ນຳ​ພາ​ຂອງ​ພັກ, ສ້າງການຈັດ​ຕັ້ງ​ກົງຈັກ​ຂອງ​ລະບົບ​ການ​ເມືອງກະທັດ​ລັດ, ​ເຄື່ອນ​ໄຫວ​ຢ່າງມີ​ຜົນ​ສັກສິດ ​ແລະ ປະສິດທິ​ຜົນ”.
        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ ຟ້າ​ມມີ​ງຈິ໋ງ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ເນັ້ນ​ໜັກ​ເຖິງ​ບັນດາ​ເນື້ອ​​ໃນ​ຄວນ​ປຶກສາ​ຫາ​ລື, ​ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ແບບ​ວິທີ​ຊີ້ນ​ຳນຳພາ​ຂອງ​ພັກ.
        “ກ່ຽວ​ກັບ​ການ​ສ້າງ​ກົງຈັກ​ຂອງ​ລະບົບ​ການ​ເມືອງ, ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ຮຽກຮ້ອງ​ວ່າ: ສືບ​ຕໍ່​ປ່ຽນ​ໃໝ່​ກົງຈັກ​ຂອງ​ພັກ ​ແລະ ລະບົບ​ການ​ເມືອງ​ຕາມ​ທິດ​ກະທັດ​ລັດ, ຍົກ​ສູງ​ຜົນ​ສັກສິດ, ປະສິດທິ​ຜົນ​ການ​ຊີ້ນ​ຳນຳພາ​ບໍລິຫານ. ປ່ຽນ​ໃໝ່ບູລະນະ​ການຈັດ​ຕັ້ງ​ກົງຈັກ​ຕ້ອງ​ຕິ​ດພັນ​ກັບ​ພາລະ​ໜ້າ​ທີ່, ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ​ພາລະ​ກອນ, ຄົ້ນຄວ້າ​ປະຕິບັດ​ທົດ​ລອງ​ຢູ່ບາງ​ອົງການ​ພັກ, ລັດ​ທີ່ມີ​ຄວາມ​ຄ້າຍຄື​ກັນກ່ຽວ​ກັບ​ພາລະ​ໜ້າ​ທີ່, ສ້າງ​ການຈັດ​ຕັ້ງ​ກົງຈັກ​ກະທັດ​ລັດຕິດ​ພັນ​ກັບ​ການ​ສືບ​ຕໍ່​ຈຳ​ແນ​ກ​ພາລະ​ໜ້າ​ທີ່, ​ແບບວິທີ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ຮັບຜິດ​ຊອບ​ບາງໜ້າ​ທີ່​ພ້ອມ​ກັນ, ​ຫລຸດ​ຜ່ອນ​ບັນຈຸ​ພະນັກງານ​ລັດ​ໃນ​ທົ່ວ​ລະບົບ​ການ​ເມືອງຢ່າງ​ຈະ​ແຈ້ງ”.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top