• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ລາວ ຊຸດທີ IX ເປີດຂຶ້ນຢ່າງເປັນທາງການ

      ຕອນເຊົ້າວັນທີ 5 ສິງຫາ 2021, ສປປ.ລາວ ໄດ້ໄຂ ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ເປີດຂຶ້ນຢ່າງເປັນທາງການ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາສຳຄັນຂອງປະເທດ ຊາດໃນໄລຍະຈະມາເຖິງ.
ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ລາວ ຊຸດທີ IX  
      ທ່ານ ໄຊສົນພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ໄດ້ກ່າວວ່າ: ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ເປັນ ຕົ້ນບົດລາຍງານຂອງລັດຖະບານ ກ່ຽວກັບໂຄງການດຳເນີນງານແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ, ບົດລາຍງານຂອງລັດຖະບານ ກ່ຽວກັບໂຄງການດຳເນີນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ພິຈາລະນາ ຮັບຮອງເອົາ ການປັບປຸງ ບັນດາຮ່າງກົດໝາຍຈໍານວນ 5 ສະບັບ. ພ້ອມນີ້, ກອງປະຊຸມ ຈະໄດ້ຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບສະພາບການແຜ່ລະບາດ ຂອງພະຍາດ ໂຄວິດ-19 ແລະ ມາດຕະການແກ້ໄຂ ຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ.
ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ລາວ ຊຸດທີ IX ເປີດຂຶ້ນຢ່າງເປັນທາງການ ໄດ້ດຳເນີນໃນລະຫວ່າງວັນທີ 5 - 10 ສິງຫາ.
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top