• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XIV ເລີ່ມເຮັດວຽກລວມໝູ່ຢູ່ຫໍສະພາແຫ່ງຊາດ

      ໂດຍສືບຕໍ່ລາຍການກອງປະຊຸມສະໄໝສາເທື່ອທີ 9, ສະພາແຫ່ງຊາດຊຸດທີ XIV, ແຕ່ວັນທີ 8 – 13 ມິຖຸນາ, ສະພາແຫ່ງຊາດໄດ້ປະຊຸມລວມໝູ່ຢູ່ຫໍສະພາແຫ່ງຊາດ.

ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XIV (ພາບ: Quochoi.vn)
      ມີເນື້ອໃນສຳຄັນຫຼາຍຢ່າງໄດ້ສະພາແຫ່ງຊາດພິຈາລະນາ, ຕັດສິນໃຈໃນອາທິດເຮັດວຽກນີ້. ຕາມລາຍການແລ້ວ, ສະພາແຫ່ງຊາດຈະລົງຄະແນນສຽງ ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ສສ.ຫວຽດນາມ ແລະ ສະຫະພາບເອີລົບ (EVFTA), ມະຕິວ່າດ້ວຍການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນລະຫວ່າງຝ່າຍ ຫວຽດນາມ ແລະ ຝ່າຍ EU ແລະ ບັນດາປະເທດສະມາຊິກ ສະຫະພາບເອີລົບ (EVIPA), ມະຕິໃຫ້ສັດຕະຍາບັນການເຂົ້າຮ່ວມສົນທິສັນຍາເລກທີ 105 ຂອງອົງການແຮງງານສາກົນ ກ່ຽວກັບການລົບລ້າງແຮງງານແບບບັງຄັບ… ສະພາແຫ່ງຊາດກໍ່ໄດ້ດຳເນີນຂັ້ນຕອນຄັດເລືອກປະທານສະພາເລືອກຕັ້ງແຫ່ງຊາດ, ປະຕິບັດວຽກງານນິຕິກຳ ແລະ ຕັດສິນບາງບັນຫາສຳຄັນຕ່າງໆ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top