• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະຫຼຸບ 5 ປີ ແຫ່ງການປະຕິບັດ ແຜນຮ່າງ “ເພີ່ມທະວີການຮ່ວມມືສາກົນ ໜູນຊ່ວຍພັດທະນາເສດຖະກິດ - ສັງຄົມ ຢູ່ເຂດຊົນເຜ່ົ່າສ່ວນໜ້ອຍ”

ຕອນເຊົ້າວັນທີ 22 ພະຈິກ, ຢູ່ຮ່າໂນ້ຍ, ຄະນະກໍາມະການຊົນເຜົ່າ ຂອງຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບ 5 ປີ ແຫ່ງການປະຕິບັດແຜນຮ່າງ “ເພີ່ມທະວີການຮ່ວມມືສາກົນ ໜູນຊ່ວຍການພັດທະນາເສດຖະກິດ-ສັງຄົມ ເຂດຊົນເຜົ່າສ່ວນໜ້ອຍ” ຂອງນາຍົກລັດຖະມົນຕີ.

ກອງປະຊຸມສະຫຼຸບ 5 ປີ ແຫ່ງການປະຕິບັດ ແຜນຮ່າງ “ເພີ່ມທະວີການຮ່ວມມືສາກົນ ໜູນຊ່ວຍພັດທະນາເສດຖະກິດ - ສັງຄົມ ຢູ່ເຂດຊົນເຜ່ົ່າສ່ວນໜ້ອຍ” (ພາບ: daibieunhandan.vn )

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ລ້ວນແຕ່ຢັ້ງຢືນວ່າ: ແຜນຮ່າງໄດ້ປະຕິບັດຢ່າງມີປະສິດທິຜົນ, ມີຈຸດປະສົງລະອຽດ, ແທດເໝາະກັບສະພາບການຕົວຈິງຂອງເຂດຊົນເຜົ່າສ່ວນໜ້ອຍເຂດພູດອຍ. ແຜນຮ່າງໄດ້ຮັບການຜັນຂະຫຍາຍຢູ່ບັນດາຂົງເຂດເກືອບທັງໝົດ, ມີໄລຍະເວລາປະຕິບັດແຕ່ 02 ປີ ຂຶ້ນໄປ, ອັນໄດ້ປະກອບສ່ວນເຂົ້າໃນການປັບປຸຸງ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງຊາວເຜົ່າສ່ວນໜ້ອຍຢູ່ເຂດພູດອຍ, ເຂດພູສູງ. ທ່ານ ຟານວັນຮຸ່ງ, ຮອງຫົວໜ້າຄະນະກໍາມະການຊົນເຜົ່າ, ໃຫ້ຮູ້ວ່າ:

        “ພາຍຫຼັງປະຕິບັດໂຄງການມາເປັນເວລາ 5 ປີ, ພວກຂ້າພະເຈົ້າບັນລຸໄດ້ໝາກຜົນ ສໍາຄັນຫຼາຍຢ່າງ ແລະ ດຶງດູດໄດ້ຫຼາຍໂຄງການ ODA ແລະ ບັນດາໂຄງການຂອງບັນດາອົງການການຈັດຕັ້ງບໍ່ຂຶ້ນກັບລັດຖະບານສາກົນ ເຂົ້າມາລົງທຶນຢູ່ເຂດຊົນເຜົ່າສ່ວນໜ້ອຍ. ບັນດາໂຄງການເຫຼົ່ານັ້ນ ໄດ້ສຸມໃສ່ຫຼຸດຜ່ອນຄວາມທຸກຍາກ, ພັດທະນາການຜະລິດ, ສາທາລະນະສຸກ, ການສຶກສາ, ສອນວິຊາຊີບ ແລະ ແກ້ໄຂວຽກເຮັດງານທໍາ. ເບິ່ງລວມແລ້ວ, ບັນດາໂຄງການໄດ້ນໍາມາເຊິ່ງການປ່ຽນແປງຫຼາຍຢ່າງໃຫ້ແກ່ເຂດຊົນເຜົ່າສ່ວນໜ້ອຍ. ພວກຂ້າພະເຈົ້າເຫັນວ່າ ຍ້ອນແຫຼ່ງທຶນຂອງບັນດາອົງການຈັດຕັ້ງສາກົນ ພ້ອມກັບການລົງທຶນຂອງລັດຖະບານ  ແລະ ຄວາມພະຍາຍາມຂອງປະຊາຊົນ, ພໍ່ແມ່ພີ່ນ້ອງຊົນເຜົ່າສ່ວນໜ້ອຍນັ້ນໄດ້ເຮັດໃຫ້ເຂດຊົນເຜົ່າ ຂອງປະເທດເຮົາບັນລຸໄດ້ໝາກຜົນສໍາຄັນຫຼາຍຢ່າງ”.

(ແຫຼ່ງຄັດຈາກ VOV)


ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top