• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະຫລຸບວຽກງານການພົວພັນດ້ານປ້ອງກັນຊາດກັບຕ່າງປະເທດ


ທ່ານ​ພົນ​ເອກ ​ໂງ​ຊວນ​ລີກ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ
(ພາບ: qdnd)

      ຕອນ​ເຊົ້າ​ວັນ​ທີ 17/08 ຢູ່ ຮ່າ​ໂນ້ຍ, ກະຊວງ​ປ້ອງ​ກັນ​ປ​ະ​ເທດ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ພົວພັນ​ປ້ອງ​ກັນຊາ​ດ​ກັບ​ຕ່າງປະ​ເທດໄລຍະ 2010 – 2015 ​ແລະ ສະຫລຸບ 2 ປີ​ຜັນ​ຂະຫຍາຍ​ມະຕິ 806 ຂອງຄະນະ​ພັກ​ການ​ທະຫານ​ສູນ​ກາງ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ການ​ພົວພັນ​​ດ້ານ​ປ້ອງ​ກັນຊາ​ດກັບ​ຕ່າງປະ​ເທດຮອດ​ປີ 2020 ​ແລະ ຊຸມ​ປີ​ຕໍ່​ໄປ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ພົນ​ເອກ ​ໂງ​ຊວນ​ລີກ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຍ້ອງຍໍຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ ​ແລະ ບັນດາ​ການ​ປະກອບ​ສວ່ນສຳຄັນ​ຂອງ​ວຽກ​ງານ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດກັບ​ຕ່າງປະ​ເທດ ​ແລະ ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ລັດຖະມົນຕີ​ຖື​ວ່າ: ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ພ້ອມ​ກັບ​ແນວ​ໂຮມ​ການຕ່າງປະ​ເທດ​ໃນ​ທົ່ວ​ປະ​ເທດ, ວຽກ​ງານ​ພົວພັນ​ປ້ອງ​ກັນຊາ​ດກັບ​ຕ່າງປະ​ເທດຈະ​ກ້າວ​ເຂົ້າ​ສູ່​ໄລຍະ​​ໃໝ່ ດ້ວຍ​ຄວາມ​ສະດວກ ​ແລະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ທ່ານ​ລັດຖະມົນຕີ​ສະ​ເໜີ​ວ່າ: ຄວນ​ສືບ​ຕໍ່​ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ ​ແລະ ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ມະຕິ​ຂອງ​ຄະນະ​ພັກ​ການ​ທະ​ຫານ​ສູນ​ກາງ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ການພົວພັນ​ປ້ອງ​ກັນຊາດກັບ​ຕ່າງປະ​ເທ​ດ. ຍູ້​ແຮງ​ວຽກ​ງານ​ຄົ້ນຄວ້າ ​ແລະ ຄາດ​ຄະ​ເນ​ຍຸດ​ທະ​ສາດດີ​ກ່ວາ​ອີກ, ທັງ​ມີ​ລັກສະນະ​ສັງ​ລວມ ທັງ​ມີ​ລັກສະນະ​ລວງ​ເລິກ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top