• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ແມ່ຂອງ - ລ້ານຊ້າງ ຄັ້ງທີ 4

ວັນທີ 17 ທັນວາ, ທີ່ນະຄອນ ຫລວງພະບາງ, ຂອງລາວ, ໄດ້ດຳເນີນກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຮ່ວມມືແມ່ຂອງ - ລ້ານຊ້າງ (MLC) ຄັ້ງທີ 4 ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະ ຫວຽດນາມ. 

ທີ່ກອງປະຊຸມ

ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ສຸມໃສ່ຕີລາຄາສະພາບການຮ່ວມມືໃນປີ 2018 ແລະ ແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ. ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ບັນດາລັດຖະມົນຕີ 6 ປະເທດໄດ້ເຫັນດີເປັນເອກະພາບຍູ້ແຮງການຜັນຂະຫຍາຍແຜນການດຳເນີນງານແມ່ຂອງ - ລ້ານຊ້າງໄລຍະ 5 ປີ (2018 - 2022) ໃຫ້ດີກ່ວາອີກ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ຢັ້ງຢືນການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ປະກອບຢ່າງມີປະສິດທິຜົນຂອງ ຫວຽດນາມ ໃນການຮ່ວມມືແມ່ຂອງ - ລ້ານຊ້າງ. ການຮ່ວມມືແມ່ຂອງ - ລ້ານຊ້າງຄວນເອົາໃຈໃສ່ເປັນພິເສດເຖິງບາງເນື້ອໃນຕົ້ນຕໍຄື: ຮັກສາກົງຈັກເຄື່ອນໄຫວກະທັດລັດ, ມີປະສິດທິຜົນ; ຮັບປະກັນບັນດາໂຄງການທີ່ມີລັກສະນະກວມລວມ, ສຸມແຫຼ່ງກຳລັງໃຫ້ແກ່ການປະຕິບັດ 5 ຂົງເຂດບຸລິມະສິດເຊິ່ງລວມມີ: ເຊື່ອມຕໍ່ແຫຼ່ງນ້ຳ, ກຳລັງຄວາມສາມາດຜະລິດ, ການຮ່ວມມືເສດຖະກິດຜ່ານຊາຍແດນ, ກະສິກຳ ແລະ ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ.

        ສິ້ນສຸດກອງປະຊຸມ, ລັດຖະມົນຕີກະຊວງການຕ່າງປະເທດ 6 ປະເທດໄດ້ຮັບຮອງເອົາແຈ້ງການຂ່າວຮ່ວມຂອງກອງປະຊຸມ ແລະ ເຫັນດີເປັນເອກະພາບກ່ຽວກັບກອງປະຊຸມລັດຖະມົນຕີແມ່ຂອງ - ລ້ານຊ້າງຄັ້ງທີ 5 ຈະໄດ້ຈັດຕັ້ງຢູ່ປະເທດ ຈີນ ໃນປີ 2019.

(ແຫຼ່ງຄັດຈາກ VOV)


ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top