• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມພິເສດເຈົ້າໜ້າທີ່ຂັ້ນສູງກະສິກຳ, ປ່າໄມ້ AMAF ASEAN+3

      ກອງປະຊຸມໄດ້ປຶກສາຫາລື ແລະ ຮັບຮອງເອົາບາງເນື້ອໃນໃຫ້ບຸລິມະສິດໃນຂົງເຂດກະສິກຳຄື: ກອບນະໂຍບາຍຂອງອາຊຽນ + 3 ທີ່ກ່ຽວຂ້ອງເຖິງສະບຽງອາຫານ, ກະສິກຳ ແລະ ປ່າໄມ້; ບັນດາການເຄື່ອນໄຫວຮ່ວມມືຂອງ AMAF ASEAN + 3 ກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ

ມີຜູ້ແທນກວ່າ 150 ຄົນເຂົ້າຮ່ວມກອງປະຊຸມ
(ພາບ: TTXVN)
      ກອງປະຊຸມພິເສດເຈົ້າໜ້າທີ່ຂັ້ນສູງກະສິກຳ, ປ່າໄມ້ AMAF ASEAN+3 ຄັ້ງທີ 18 ພ້ອມກັບບັນດາຄູ່ຮ່ວມມືຍຸດທະສາດຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ດຳເນີນໃນຕອນເຊົ້າວັນທີ 07 ສິງຫາ ຢູ່ນະຄອນເຫ້ວ. ມີຜູ້ແທນກວ່າ 150 ຄົນເຂົ້າຮ່ວມກອງປະຊຸມ ເຊິ່ງແມ່ນເຈົ້າໜ້າທີ່ຂັ້ນສູງທີ່ມາຈາກ 10 ປະເທດອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາອົງການຈັດຕັ້ງສາກົນ.
        ກອງປະຊຸມໄດ້ປຶກສາຫາລື ແລະ ຮັບຮອງເອົາບາງເນື້ອໃນໃຫ້ບຸລິມະສິດໃນຂົງເຂດກະສິກຳຄື: ກອບນະໂຍບາຍຂອງອາຊຽນ + 3 ທີ່ກ່ຽວຂ້ອງເຖິງສະບຽງອາຫານ, ກະສິກຳ ແລະ ປ່າໄມ້; ບັນດາການເຄື່ອນໄຫວຮ່ວມມືຂອງ AMAF ASEAN + 3 ກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ, ການຮັບມື ແລະ ປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ… ທ່ານ ຫງວຽນແອັງຕ໊ວນ, ຫົວໜ້າກົມຮ່ວມມືສາກົນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ, ໃຫ້ຮູ້ວ່າ.
        “ໃນກອງປະຊຸມຄັ້ງນີ້, ຈະມີວຽກງານຫຼາຍຢ່າງທີ່ໄດ້ນຳມາປຶກສາຫາລືນຳກັນ ກ່ຽວກັບເລື່ອງ ເຮັດແນວໃດເພື່ອແບ່ງປັນດ້ານນະໂຍບາຍກ່ຽວຂ້ອງເຖິງບັນດາຂົງເຂດ ຕົວຢ່າງຄື ເຮັດແນວໃດເພື່ອຄ້ຳປະກັນດ້ານສະບຽງອາຫານ, ຄວາມໝັ້ນຄົງທາງໂພສະນາການ, ການຊ່ວຍເຫຼືອຊາວກະສິກອນ… ນະໂຍບາຍກ່ຽວຂ້ອງເຖິງການຊຸກຍູ້ກົນໄກການຄ້າໃນເຂດ ຫຼື ລະຫວ່າງອາຊຽນ ກັບບັນດາປະເທດຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ລັດເຊຍ. ຕໍ່ຈາກນັ້ນແມ່ນຊຸກຍູ້ການຖ່າຍທອດເຕັກໂນໂລຊີ, ຊຸກຍູ້ກ່ຽວກັບການສົມທົບກັນດ້ານຂໍ້ມູນຂ່າວສານລະຫວ່າງບັນດາປະເທດ.”
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top