• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປຶກສາຫາລືມາດຕະການຊຸກຍູ້ການເຕີບໂຕເສດຖະກິດ

      ຕອນເຊົ້າວັນທີ 12 ສິງຫາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມປຶກສາຫາລືມາດຕະການຊຸກຍູ້ການເຕີບໂຕເສດຖະກິດຊຸມເດືອນທ້າຍປີ 2017.

ທ່ານ ຫງວຽນຊວນຟຸກ ເປັນປະທານກອງປະຊຸມປຶກສາຫາລືມາດຕະການຊຸກຍູ້ການເຕີບໂຕເສດຖະກິດ
ຊຸມເດືອນທ້າຍປີ 2017 (ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ເພື່ອບັນລຸຄາດໝາຍເຕີບໂຕທັງໃຫ້ໄດ້ 6,7% ໃນຊຸມເດືອນທ້າຍປີຕ້ອງບັນລຸລະດັບເຕີບໂຕໃຫ້ໄດ້ 7,42%. ນີ້ແມ່ນໜ້າທີ່ການເມືອງສຳຄັນຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່. ເພື່ອປະກອບສ່ວນຊຸກຍູ້ການລົງທຶນ, ການເຕີບໂຕ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງທະນາຄານແຫ່ງລັດມີແຜນການ, ຂັ້ນຕອນດເພື່ອຮັບປະກັນລະດັບເຕີບໂຕບ້ວງສິນເຊື່ອທັງໃຫ້ໄດ້ປະມານ 21 – 22%.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ສະຫຼຸບກ່ຽວກັບສະພາບການຜັນຂະຫຍາຍວຽກງານຫັນເປັນຫຸ້ນສ່ວນ, ຖອນເງິນລົງທຶນຂອງລັດປີ 2017 ແລະ ໄລຍະ 2017 – 2020. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ, ບັນດາກຸ່ມບໍລິສັດເສດຖະກິດ, ບໍລິສັດໃຫຍ່ແຫ່ງລັດ ສຸມໃສ່ປະຕິບັດບັນດາໜ້າທີ່ປັບປຸງ ກົນໄກນະໂຍບາຍແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
 (ແຫຼ່ງຄັດຈາກ VOV)
 

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top