• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປະທານແນວໂຮມ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 3 ປີ 2017

      ກອງປະຊຸມປະທານແນວໂຮມ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 3 ປີ 2017 ຈັດຕັ້ງໃນຕອນເຊົ້າວັນທີ 25 ມິຖຸນາ ຢູ່ ຮ່າໂນ້ຍ
ກອງປະຊຸມປະທານແນວໂຮມ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 3 ປີ 2017

      ກອງປະຊຸມແມ່ນເຫດການທີ່ມີຄວາມໝາຍສຳຄັນ ບໍ່ພຽງແຕ່ສຳລັບແນວໂຮມ 3 ປະເທດເທົ່ານັ້ນ, ປະກອບສ່ວນແທດຈິງ, ມີຄວາມໝາຍເລິກເຊິ່ງເຂົ້າໃນຜົນສຳເລັດຂອງ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ” ແລະ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ”. ກອງປະຊຸມກໍ່ແມ່ນໂອກາດ ເພື່ອໃຫ້ແນວໂຮມ 3 ປະເທດ ພ້ອມກັນແບ່ງປັນບົດຮຽນການເຄື່ອນໄຫວ, ກໍ່ສາງບັນດາຫຼັກການ, ເນື້ອໃນພື້ນຖານ ເພື່ອກຳນົດທິດໃຫ້ການພົວພັນລະຫວ່າງ 3 ອົງການແນວໂຮມໃນໄລຍະແຕ່ນີ້ເຖິງປີ 2020.
        ເນື່ອງໃນໂອກາດນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເມີນ; ທ່ານປະທານສະພາແຫ່ງຊາດແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ Samdech Heng Samrin; ທ່ານປະທານຄະນະກຳມະການແນວລາວສ້າງຊາດ ໄຊສົມພອນ ພົມວິຫານ ໄດ້ລົງນາມໃນໂຄງການຮ່ວມມືລະຫວ່າງ 3 ອົງການແນວໂຮມໄລຍະ 2017 – 2020. ຕາມນັ້ນແລ້ວ 3 ຝ່າຍສືບຕໍ່ຍູ້ແຮງວຽກງານໂຄສະນາ; ສົ່ງເສີມບັນດາການເຄື່ອນໄຫວພົວພັນແລກປ່ຽນ, ເປັນແຮກຊ່ຽວກັນລະຫວ່າງແນວໂຮມບັນດາທ້ອງຖິ່ນຂອງ 3 ປະເທດ; ຈັດຕັ້ງບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນບັນດາວັນສະເຫຼີມສະຫຼອງໃຫຍ່ໃນປີ 2017 ຂອງ 3 ປະເທດ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງຢ້ຽມຢາມມິດຕະພາບ.  ນອກນັ້ນ 3 ຝ່າຍຍັງສົມທົບກັນປະກອບສ່ວນກໍ່ສ້າງປະຊາຄົມ ອາຊຽນ ມຸ່ງໄປເຖິງປະຊາຊົນ; ກໍ່ສ້າງນ້ຳໃຈມິດຕະພາບ, ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນບັນດາປະເທດ ເພື່ອແນໃສ່ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໂລກ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top