ຂ່າວສານ
ກອງປະຊຸມຄັ້ງທີ 44 ຄະນະບໍລິຫານງານ ອົງການຈັດຕັ້ງ ບັນດາ ສຳນັກຂ່າວສານພາກພື້ນ ອາຊີ-ປາຊີຟິກ (OANA) ມຸ່ງສູ່ພື້ນຖານໜັງສືພິມເປັນມືອາຊີບ ແລະ ປະດິດສ້າງ
“ເພື່ອພື້ນຖານໜັງສືພິມໜຶ່ງເປັນມືອາຊີບ ແລະ ປະດິດສ້າງ” ເປັນຫົວເລື່ອງ ຂອງກອງປະຊຸມຄະນະ ບໍລິຫານງານ ອົງການຈັດຕັ້ງບັນດາສຳນັກຂ່າວສານພາກພື້ນ ອາຊີ- ປາຊີຟິກ (OANA) ຄັ້ງທີ 44 ຊຶ່ງໄດ້ຮັບການ ໄຂ ໃນຕອນເຊົ້າ ວັນທີ 19 ເມສາ ທີ່ຮ່າໂນ້ຍ ໂດຍສຳນັກຂ່າວສານ ຫວຽດນາມ (VNA) ເປັນເຈົ້າພາບ ຈັດຕັ້ງ. ກອງປະຊຸມສຸມໃສ່ 3 ເນື້ອໃນ ທີ່ມີລັກສະນະ ສະຖານະການສູງ ຂອງ ໜັງສືພິມໃນປັດຈຸບັນເຊັ່ນ: (1): ຍຸດທະສາດຂອງ ບັນດາ ສຳນັກຂ່າວສານ ແນໃສ່ຮັບມືກັບ ການຫັນປ່ຽນ ຄວາມເຄີຍນຳໃຊ້ສື່ຂ່າວ, ສຸມໃສ່ເຂົ້າໃນບັນດາ ເນື້ອໃນ ວິດີໂອ ແລະ ພື້ນຖານ YouTube; (2) ຂ່າວປອມ ແລະ ກວດກາ-ຢືນຢັນຂ່າວໜັງສືພິມ; (3) ຍາດເອົາຄືນມາ ຄວາມເຊື່ອໝັ້ນຕໍ່ໜັງສືພິມທາງການ.
ເຂົ້າຮ່ວມກອງປະຊຸມລວມມີ ຜູ້ແທນສາກົນ 40 ທ່ານທີ່ ເປັນຜູ້ນຳ ແລະ ຜູ້ຕາງໜ້າ ຂອງ ບັນດາ ສຳນັກຂ່າວສານ ສະມາຊິກ ຄະນະບໍລິຫານງານ ແລະ ແຂກເຊີນທີ່ເປັນ ສະມາຊິກ OANA ຊຶ່ງໃນນັ້ນ ມີຫຼາຍ ສຳນັກຂ່າວສານ ໃຫຍ່ແຫ່ງຕ່າງໆໃນໂລກເຊັ່ນ: Azertac (ອາແຊກໄບຊານ), TASS (ສະຫະພັນລັດເຊຍ), ຊິນຮົວ (ສປ ຈີນ), Kyodo News (ຍີ່ປຸ່ນ), Yonhap News Agency (ສ ເກົາຫຼີ), AAP (ອົດສະຕຣາລີ), BTA (ບຸນກາລີ)…
ໃນບົດກ່າວປາໄສສະແດງຄວາມຊົມເຊີຍ, ທ່ານ ຫວູດຶກດາມ, ຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ຕີລາຄາສູງ ຫົວເລື່ອງຂອງກອງປະຊຸມ ແລະ ເນັ້ນໜັກວ່າ, ພື້ນຖານໜັງສືພິມເປັນມືອາຊີບ ແລະ ປະດິດສ້າງ ຈະດຶງດູດໃຈ ທ່ານຜູ້ອ່ານ ແລະ ຜູ້ຟັງ, ປັບປຸງຄວາມເຊື່ອໝັ້ນ ຂອງ ມະຫາຊົນ, ພິເສດແມ່ນໃນສະພາບແວດລ້ອມ ຂ່າວປອມກຳລັງເຮັດໃຫ້ເຊື່ອມສູນ ຄວາມເຊື່ອໝັ້ນ ຂອງສັງຄົມ ຕໍ່ສື່ມວນຊົນ. ຮອງນາຍົກລັດຖະມົນຕີໄດ້ ຢືນຢັນ ຊຸກຍູ້ການເຄື່ອນໄຫວ ໜັງສືພິມ ຕາມທິດປະດິດສ້າງ ທັງເປັນມືອາຊີບ ຈະເພີ່ມກຳລັງແຮງໃຫ້ແກ່ ບັນດາ ອົງການຈັດຕັ້ງໜັງສືພິມ ປະຕິບັດພາລະໜ້າທີ່ ສະໜອງ ຂໍ້ມູນຂ່າວສານ ຢ່າງຊັດເຈນໄດ້ມາດຕະຖານ, ປະກອບສ່ວນ ຊຸກຍູ້ສັງຄົມມີການພັດທະນາ, ສ້າງສັນຕິພາບ ແລະ ປອງດອງ.
ຮອງນາຍົກລັດຖະມົນຕີໄດ້ສະແດງຄວາມເຊື່ອໝັ້ນວ່າ, ຜູ້ຕາງໜ້າ ບັນດາ ສຳນັກຂ່າວສານ ທີ່ເຂົ້າຮ່ວມກອງປະຊຸມ ຄັ້ງນີ້ ຈະພ້ອມກັນແບ່ງປັນບົດຮຽນ ພັດທະນາ ແລະ ກໍ່ສ້າງ ຍຸດທະສາດ ໃນສັງກາດດີຈີຕອນ, ວາງອອກ ບັນດາ ວິທີແກ້ໄຂທີ່ມີຜົນສັກສິດ ເພື່ອຍົກສູງປະສິດທິຜົນ ການເຄື່ອນໄຫວ ແລກປ່ຽນຂໍ້ມູນຂ່າວສານ, ເພີ່ມທະວີຍິ່ງຂຶ້ນ ການແຜ່ຂະຫຍາຍ ຂອງ ສື່ຂ່າວ ຈາກອາຊີ-ປາຊີຟິກ ແລະ ກ່ຽວກັບ ອາຊີ-ປາຊີຟິກ-ເຂດແຄ້ວນໜຶ່ງ ທີ່ມີການພັດທະນາ ຢ່າງຂະຫຍັນຂັນແຂງທີສຸດໂລກ, ກວມກວ່າ 50% ຈຳນວນ ພົນລະເມືອງ, ປະກອບສ່ວນ 43% ລວມຍອດຜະລິດພັນ ພາຍໃນ (GDP) ທົ່ວໂລກ.
ໃນບົດກ່າວປາໄສທີ່ກອງປະຊຸມ, ທ່ານ ຫງວຽນດຶກເລີ້ຍ, ຜູ້ອຳນວຍການໃຫຍ່ VNA ໄດ້ເນັ້ນໜັກ ເຖິງບົດບາດ ນັບມື້ນັບມີຄວາມສຳຄັນ ຂອງ ບັນດາ ສຳນັກຂ່າວສານ ໃນໜ້າທີ່ ສະໜອງ ຂໍ້ມູນຂ່າວສານທີ່ເປັນບໍ່ເກີດ ໃຫ້ແກ່ ບັນດາອົງການໜັງສືພິມ ໃນສະພາບແວດລ້ອມ ໜັງສືພິມ ທາງການ ແລະ ສື່ມວນຊົນສັງຄົມກຳລັງ ຢູ່ໃນ ສະພາບແວດລ້ອມການແກ່ງແຍ້ງແຂ່ງຂັນຢ່າງດຸເດືອດ ທີ່ບໍ່ເຄີຍມີມາກ່ອນ. ດ້ວຍຜູ້ນຳໃຊ້ ອິນເຕີເນັດກວ່າ 4 ຕື້ຄົນ ໃນທົ່ວໂລກ ແລະ ຫຼາຍຄົນໃນຈຳນວນນີ້ ກຳລັງນຳໃຊ້ ບັນດາພື້ນຖານເຄືອຄ່າຍ ສັງຄົມ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ໜັງສືພິມບໍ່ພຽງແຕ່ມີການແກ່ງແຍ້ງກັນເທົ່ານັ້ນ ແຕ່ກໍ່ຕ້ອງມີການແກ່ງແຍ້ງຢ່າງສະເໝີພາບ ກັບມະຫາຊົນມູນເຊື້ອຂອງເຂົາເຈົ້າອີກດ້ວຍ. ຍິ່ງກວ່ານັ້ນ, ຂ່າວແທ້ ແລະ ຂ່າວປອມພ້ອມກັນຄົງຕົວ ແລະ ເດີນຄຽງຄູ່ກັນຢູ່ເທິງ ຫຼາຍພື້ນຖານສາຍສົ່ງ. ສະພາບຕົວຈິງນີ້ ໄດ້ ແລະ ກຳລັງເຮັດໃຫ້ທົດຖອຍຄວາມເຊື່ອໝັ້ນຕໍ່ໜັງສືພິມທາງການ.
ເພື່ອຮັບມືກັບບັນດາສິ່ງທ້າທາຍດັ່ງກ່າວ, ບັນດາສຳນັກຂ່າວສານສະມາຊິກ ຂອງ OANA ໄດ້ ແລະ ກຳລັງຫັນປ່ຽນຕົວເອງ ເພື່ອ ບໍ່ພຽງແຕ່ ປະຕິບັດ ບົດບາດສະໜອງຂໍ້ມູນ ຂ່າວສານເທ່ົ່ານັ້ນ ແຕ່ຍັງກວດກາ ຢືນຢັນ ຂໍ້ມູນຂ່າວສານ ແນໃສ່ປະຕິບັດພາລະໜ້າທີ່ ນຳມາໃຫ້ແກ່ບັນດາອົງການໜັງສືພິມ ແລະ ມະຫາຊົນ ບັນດາແຫຼ່ງຂ່າວທີ່ມີຈິງ, ມີລັກສະນະມະນຸດສະທຳ ແລະ ຊັດເຈນ. ໝູນໃຊ້ປ່ຽນແປງໃໝ່ ແລະ ປະດິດສ້າງ ແມ່ນສິ່ງທີ່ມີລັກສະນະເປັນ-ຕາຍ ສຳລັບໜັງສືພິມຍຸກໃໝ່. ຜູ້ອຳນວຍການໃຫຍ່ VNA ໄດ້ເນັ້ນໜັກ ນີ້ແມ່ນໜຶ່ງໃນບັນດາຂໍ້ອ້າງ ເພື່ອຄະນະເລຂາ OANA ແລະ VNA ຕົກລົງກັນເລືອກຫົວເລື່ອງ: “ເພື່ອພື້ນຖານ ໜັງສືພິມໜຶ່ງ ເປັນມືອາຊີບ ແລະ ປະດິດສ້າງ” ໃຫ້ແກ່ກອງປະຊຸມຄະນະບໍລິຫານງານ OANA ຄັ້ງທີ 44.
ເຊື່ອມຕໍ່ບັນດາຜົນສຳເລັດທີ່ບັນລຸໄດ້ ຈາກກອງປະຊຸມຄັ້ງກ່ອນໆ, ທີ່ກອງປະຊຸມຄັ້ງນີ້, ບັນດາທ່ານຜູ້ແທນ ໄດ້ສຸມໃສ່ພິຈາລະນາ ກ່ຽວກັບບັນດາວິທີແກ້ໄຂ ຍົກສູງປະສິດທິຜົນ ຂອງ ບັນດາ ສຳນັກຂ່າວສານ ໃນສັງກາດດີຈີຕອນ, ພິຈາລະນາ ກ່ຽວກັບ ລາຍງານ ຂອງ ຄະນະກຳມະການເຕັກນິກ ແລະ ບັນນາທິການ, ຄະນະກຳມະການ ຄຸນສົມບັດ OANA; ແລກປ່ຽນ ກ່ຽວກັບບັນດາແນວຄວາມຄິດໃໝ່ ແລະ ສະເໜີກ່ຽວກັບ ການໝູນໃຊ້ເຕັກໂນໂລຊີໃໝ່ຈຳນວນໜຶ່ງ ໃຫ້ແກ່ການຜະລິດຂ່າວໃນສັງກາດດີຈີຕອນ; ປະກາດເປັນທາງການລາງວັນ OANA - ລາງວັນດີເດັ່ນ ກ່ຽວກັບຄຸນນະພາບສຳນັກຂ່າວສານ ແນໃສ່ເຊີດຊຸ ບັນດາຂໍ້ລິເລີ່ມ ຂອງ ບັນດາ ສຳນັກຂ່າວສານສະມາຊິກ. ງານວາງສະແດງພາບຖ່າຍ ຂອງ ສຳນັກຂ່າວສານສະມາຊິກ 11ແຫ່ງ ຢູ່ນອກກອງປະຊຸມ ກໍເປັນໂອກາດ ເພື່ອໃຫ້ບັນດາສຳນັກຂ່າວສານແລກປ່ຽນບົດຮຽນ, ພ້ອມກັນນັ້ນ ເຫັນກັບຕາຜົນສຳເລັດ ການເຄື່ອນໄຫວ ຖ່າຍຮູບເປັນມືອາຊີບ ຂອງ ບັນດານັກຂ່າວໃນພາກພື້ນ.
ອົງການຈັດຕັ້ງ OANA ໄດ້ສ້າງຕັ້ງເມື່ອ ປີ 1961 ຕາມ ຂໍ້ລິເລີ່ມ ຂອງ ອົງການວັດທະນະທຳ, ການສຶກສາ ແລະ ວິທະຍາສາດ ສະຫະປະຊາຊາດ (UNESCO), ດ້ວຍຈຸດໝາຍເພີ່ມທະວີ ການແລກປ່ຽນ ແລະ ແບ່ງປັນຂໍ້ມູນຂ່າວສານ ລະຫວ່າງ ບັນດາປະເທດ ໃນພາກພື້ນ. ພາຍຫຼັງ 58 ປີ, ປັດຈຸບັນ OANA ເຕົ້າໂຮມໄດ້ 44 ສຳນັກຂ່າວສານ ສະມາຊິກ ສັງກັດ 35 ປະເທດໃນພາກພື້ນ, ກາຍເປັນອົງການຈັດຕັ້ງສື່ມວນຊົນໃຫຍ່ທີສຸດ ໄລ່ກ່ຽວກັບເນື້ອທີ່ພູມສາດໂດຍລວມ ຂອງ ບັນດາປະເທດ ແລະ ປະລິມານສື່ຂ່າວທີ່ໄດ້ຜະລິດ. ການເຂົ້າຮ່ວມ ຂອງ ບັນດາສຳນັກຂ່າວສານລາຍໃຫຍ່ ໄດ້ສ້າງສຽງເວົ້າຢ່າງແຂງແຮງ ຂອງ OANA ໃນເກືອບ 6 ທົດສະວັດຜ່ານມາ.
ບໍ່ພຽງແຕ່ຢືນຢັນຖານະບົດບາດຂອງ ເວທີປາໄສ ໜັງສືພິມ ໜຶ່ງ ທີ່ຊົງອິດທິພົນໃນພາກພື້ນ ແລະ ໃນໂລກເທົ່ານັ້ນ, OANA ກໍຍັງເປັນເວທີປາໄສ ດ້ານວິຊາຊີບຄຸນນະພາບສູງ ລະຫວ່າງ ບັນດານັກຂ່າວແຖວໜ້າ ຂອງພາກພື້ນ. ໃນຂະບວນວິວັດແຫ່ງການຮ່ວມມື, ບັນດາສຳນັກຂ່າວສານ ສະມາຊິກ OANA ໄດ້ມີການດັດປັບຢູ່ສະເໝີ ເພື່ອ ການເຄື່ອນໄຫວ ຂອງ ອົງການຈັດຕັ້ງ ໃຫ້ສອດຄ່ອງ ກັບ ທ່າອຽງພັດທະນາຂອງໜັງສືພິມ. ດ້ວຍຄວາມມານະ ພະຍາຍາມຢ່າງບໍ່ຢຸດຢັ້ງ ແລະ ບັນດາຜົນສຳເລັດ ທີ່ຍາດມາໄດ້, OANA ໄດ້ຢັ້ງຢືນບົດບາດ ຂອງ ອົງການຈັດຕັ້ງໜັງສືພິມ ພາກພື້ນ ນັບມື້ນັບມີອິດທິພົນຊື່ສຽງ ແລະ ມີປະສິດທິຜົນ ໃນບັນຍາກາດສື່ມວນຊົນໂລກ.
VNA ເຂົ້າເປັນສະມາຊິກຂອງ OANA ໃນເມື່ອປີ 1969 ຊຶ່ງເປັນສະມາຊິກໜຶ່ງທີ່ຂະຫຍັນຂັນແຂງ. VNA ໄດ້ເປັນ ເຈົ້າການ ໃນການເຜີຍແຜ່ຂ່າວຕ່າງປະເທດ ຢູ່ເທິງພາຫະນະ ສື່ສານ ຂອງ OANA ຢູ່ສະເໝີ ແນໃສ່ໂຄສະນາເຜີຍແຜ່ ແຜນນະໂຍບາຍ, ແນວທາງ, ນະໂຍບາຍ ຂອງ ພັກ ແລະ ລັດ; ແນະນຳປະເທດຊາດ ແລະ ຜູ້ຄົນຫວຽດນາມ. VNA ໄດ້ເລືອກຕັ້ງເປັນສະມາຊິກ ຄະນະບໍລິຫານງານ OANA ໃນ 2 ອາຍຸການ 3 ປີລຽນຕິດ, ແຕ່ປີ 2013 ຈົນເຖິງປັດຈຸບັນ. ນີ້ແມ່ນຄັ້ງທີ 4 VNA ເປັນເຈົ້າພາບຈັດຕັ້ງ ກອງປະຊຸມ ຄະນະບໍລິຫານງານ OANA, ຫຼັງບັນດາກອງປະຊຸມໃນປີ 1989, 1999 ແລະ 2005.
ເລື່ອງຫວຽດນາມເປັນປະເທດເຈົ້າພາບ ກອງປະຊຸມ ຄະນະ ບໍລິຫານງານ OANA ຄັ້ງທີ 44 ໄດ້ຢັ້ງຢືນ ບົດບາດ ຂອງ ສຳນັກຂ່າວສານແຫ່ງຊາດ ຂອງ ຫວຽດນາມ ທີ່ເວທີປາໄສ ໜັງສືພິມຫຼາຍຝ່າຍນີ້. ນີ້ກໍແມ່ນທັດສະນະຂອງ ທ່ານ Aslan Aslanov ປະທານ OANA ໃນບົດກ່າວປາໄສ ທີ່ ກອງປະຊຸມ. ທ່ານ Aslan Aslanov ໄດ້ເນັ້ນໜັກວ່າ, ເລື່ອງ VNA ເປັນເຈົ້າພາບຈັດຕັ້ງ ກອງປະຊຸມຄັ້ງນີ້ ມີຄວາມໝາຍ ຢ່າງໃຫຍ່ຫຼວງ, ສະແດງໃຫ້ເຫັນ ການປະກອບສ່ວນ ຂອງ ລັດຖະບານ ຫວຽດນາມ ເຂົ້າໃນ ການພັດທະນາລວມ ຂອງ ໜັງສືພິມ, ຊ່ວຍ ຮັດແໜ້ນ ສາຍພົວພັນ ລະຫວ່າງ ບັນດາ ອົງການຈັດຕັ້ງ ໜັງສືພິມ ດ້ວຍກັນ ແລະ ພ້ອມກັນ ພິຈາລະນາ ກ່ຽວກັບ ບັນດາບັນຫາ ໜັງສືພິມທົ່ວໂລກ. ທ່ານ Aslan Aslanov ຕີລາຄາສູງ VNA ເປັນໜຶ່ງໃນບັນດາ ສະມາຊິກທີ່ຕັ້ງໜ້າ ຂອງ OANA ແລະ ຄະນະບໍລິຫານງານ OANA. ດ້ວຍການຈັດຕັ້ງ ກອງປະຊຸມປະສົບຜົນສຳເລັດ ແລະ ຢັ້ງຢືນ ບັນດາ ຄຳໝັ້ນໝາຍ ໃນການມຸ່ງສູ່ພື້ນຖານ ໜັງສືພິມ ເປັນມືອາຊີບ, ອີກເທື່ອໜຶ່ງ VNA ຢືນຢັນໄດ້ ທີ່ຕັ້ງ, ບົດບາດເປັນ ສຳນັກຂ່າວສານແຖວໜ້າຂອງພາກພື້ນ.
ທ່ານປະທານ OANA ກໍສະແດງຄວາມເຊື່ອໝັ້ນວ່າ, ກອງປະຊຸມຄັ້ງນີ້ ຈະປະກອບສ່ວນເຮັດໃຫ້ເລິກເຊິ່ງຍິ່ງຂຶ້ນ ການພົວພັນຮ່ວມມື ລະຫວ່າງ ບັນດາສຳນັກຂ່າວສານ, ປ່ຽນແປງໃໝ່ວິທີການຈັດຕັ້ງ, ສ້າງອອກ ບັນດາກົນໄກ ແລກປ່ຽນ ຂໍ້ມູນຂ່າວສານຢ່າງຄ່ອງຕົວ, ຈາກນັ້ນຊຸກຍູ້ ຜົນສຳເລັດໃນການພັດທະນາຂົງເຂດໜັງສືພິມພາກພື້ນ.
![]()
ບັນດາທ່ານຜູ້ແທນສາກົນຊອກຮູ້ຂໍ້ມູນຂ່າວສານແນະນຳ ກ່ຽວກັບບັນດາສຳນັກຂ່າວສານ ສະມາຊິກ OANA. ພາບ: VNA
|

VNA