• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ6ກຳມາທິການການຕ່າງປະເທດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ

      ກອງປະຊຸມຄັ້ງທີ 6 ກຳມາທິການການຕ່າງປະເທດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ດ້ວຍຫົວຂໍ້ວ່າ “ເພີ່ມທະວີການຕິດຕາມກວດກາຂອງສະພາແຫ່ງຊາດສຳລັບບັນດາຂໍ້ລິເລີມຮ່ວມມືໃນເຂດ 3 ຫຼຽມພັດທະນາ” (CLV) ຖືກດຳເນີນໃນຕອນເຊົ້າວັນທີ 02 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ.

(ກອງປະຊຸມຄັ້ງທີ 6 ກຳມາທິການການຕ່າງປະເທດສະພາແຫ່ງຊາດ 3 ປະເທດ
ກຳປູເຈຍ - ລາວ - ຫວຽດນາມ)
      ກ່າວຄຳເຫັນໄຂກອງປະຊຸມ, ພົນໂທ ແສງນວນ ໄຊຍະລາດ, ຮອງປະທານສະພາແຫ່ງຊາດລາວ, ເນັ້ນໜັກວ່າ, ກອງປະຊຸມຄັ້ງນີ້ ແມ່ນມີຄວາມສຳຄັນຢ່າງຍິ່ງ ເພາະເປັນການປະຕິບັດພັນທະ ແລະ ຄວາມຮັບຜິດຊອບຮ່ວມກັນ ຂອງອົງການນິຕິບັນຍັດທັງສາມປະເທດ ໂດຍສະເພາະແມ່ນກຳມາທິການການຕ່າງປະເທດ ໃນການຕິດຕາມກວດກາການຈັດຕັ້ງປະຕິບັດສົນທິສັນຍາ, ແຜນງານ ແລະ ໂຄງການຮ່ວມມືຕ່າງໆ ໃນຂົງເຂດສາມຫລ່ຽມພັດທະນາ ເຊິ່ງລັດຖະບານທັງ 3 ປະເທດໄດ້ຕົກລົງຮ່ວມກັນແລ້ວວ່າ ມີຜົນສຳເລັດ ແລະ ຂໍ້ຄົງຄ້າງແນວໃດ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນເຢົ່າ, ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດ, ຫົວໜ້າຄະນະຜູ້ແທນຫວຽດນາມ ຢືນຢັນວ່າ.
        “ສັນຕິພາບ, ຄວາມໝັ້ນຄົງແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອພັດທະນາ. ການຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັບປະກັນສະຖຽນລະພາບດ້ານການເມືອງ - ສັງຄົມເພື່ອສ້າງສາ, ພັດທະນາປະເທດຊາດ ແມ່ນໜ້າທີ່ມີຄວາມໝາຍສຳຄັນຍິ່ງຂອງແຕ່ລະປະເທດເວົ້າສະເພາະ, ພ້ອມທັງສ້າງສະພາບແວດລ້ອມແຫ່ງສັນຕິພາບໃນເຂດ 3 ຫຼຽມພັດທະນາ, ນີ້ກໍ່ແມ່ນໜ້າທີ່ລວມຂອງ 3 ປະເທດພວກເຮົາ. ບົນຈິດໃຈນັ້ນ, 2 ປະເທດຄວນເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນກວ່າອີກ ເພື່ອຍົກສູງກຳລັງຄວາມສາມາດໃນການຕໍ່ສູ້ຕ້ານການຄ້າຂາຍຢາເສບຕິດ ແລະ ການຄ້າມະນຸດ, ບັນດາອາດຊະຍາກຳຂ້າມຊາດ…”
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top