• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 11 ຄະນະປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມຊຸດທີ VIII

ກອງປະຊຸມຄັ້ງທີ 11ຄະນະປະທານຄະນະກຳມະການ
ສູນກາງແນວໂຮມປະເທດຊາດຫວຽດນາມ
       ວັນ​ທີ 3/1, ຢູ່​ນະຄອນ ​ເກິ່ນ​ເທີ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 11, ຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຊຸດ​ທີ VIII. ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍິນ, ​ໃຫ້​ຮູ້​ວ່າ:
        “ກອງ​ປະຊຸມ​ຄະນະ​ປະທານ​ດຳ​ເນີນ​ໄປ​ໃນ​ຈຸດ​ເວລາ​ສຳຄັນ​ທີ່​ສຸດ. ​ເພື່ອ​ຕີ​ລາຄາ 2 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ວຽກ​ງານ​ແນວ​ໂຮມ​ທົ່ວ​ປະ​ເທດ ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ​ຄັ້ງ​ທີ VIII. ນີ້​ແມ່ນ​ພື້ນຖານ​ເພື່ອ​ວາງ​ແຜນ​ເນື້ອ​ໃນການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ໃນ 3 ປີ​ທີ່​ຍັງ​ເຫຼືອ. ພິ​ເສດ​ກອງ​ປະຊຸມ​ຄັ້ງ​ນີ້​ດຳ​ເນີນ​ໄປ​ໃນ​ຈຸດ​ເວລາ​ທີ່​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ຜັນ​ຂະຫຍາຍ​ບັນດາ​ມະຕິ​ຂອງ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ XII ຢ່າງ​ແຮງ“.
        ​ໃນ​ວັນ​ທີ 3 ​ແລະ ວັນ​ທີ 4/1, ຄະນະ​ປະທານ​ຈະ​ປະຊຸມ ​ແລະ ​ແລກປ່ຽນ​ບັນດາ​ເນື້ອ​ໃນ​ຕົ້ນຕໍ​ເຊັ່ນ: ຮ່າງ​ບົດ​ລາຍ​ງານ​ສະຫຼຸບ​ປີ 2016, ລາຍການ​ສົມທົບ​ກັນ​ກະທຳ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ​ ປີ 2017; ລາຍການ​ດຳ​ເນີນ​ງານ​ຂອງ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ​​ໃນ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ XII; ການ​ປະຕິບັດ​ວຽກ​ງານ​ບຸກຄະລາ​ກອນ; ລາຍ​ງານ​ບັນດາ​ຫົວ​ເລື່ອງ​ສະ​ເພາະ​ຄື: ວຽກ​ງານ​ແຂ່ງຂັນ, ຍ້ອງຍໍ, ລາຍ​ງານ​ກ່ຽວ​ກັບ​ສະພາບ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top