
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວ
ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳໃນປີ 2017 ຊຶ່ງດຳເນີນໃນຕອນເຊົ້າວັນທີ 28/2, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວ, ຫົວໜ້າຄະນະຊີ້ນຳລະຫວ່າງຂະແໜງເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ໄດ້ສະເໜີຄະນະຊີ້ນຳເລັ່ງໃສ່ບາງທິດທາງ, ໜ້າທີ່ໃນ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນປີ 2017. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວເນັ້ນໜັກວ່າ: “ບັນດາກະຊວງ, ຂະແໜງການຄວນສົມທົບກັນຢ່າງແໜ້ນແຟ້ນກັບກະຊວງອຸດສາຫະກຳການຄ້າ ແລະ ຄະນະນັກເຈລະຈາຂອງລັດຖະບານເປັນຢ່າງດີໃນການຍົກອອກວິທີການທີ່ເໝາະສົມກ່ຽວກັບລະບຽບການໃຫ້ສັດຕະຍາບັນບັນດາສັນຍາທີ່ໄດ້ລົງນາມຄື: TPP, ສັນຍາກັບສະຫະພາບເອີລົບ ແລະ ເປັນເຈົ້າການເຈລະຈາກັບບາງຄູ່ຮ່ວມມືອື່ນໆ, ຊຸກຍູ້ການໃຫ້ສັດຕະຍາບັນສັນຍາ FTA ກັບ EU ໂດຍໄວ”.
(ແຫຼ່ງຄັດຈາກ VOV)