• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຫວຽດນາມຄັ້ງທີ 10 ຊຸດທີ 6

 
      ວັນ​ທີ 4/1 ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ຫວຽດ​ນາມ ໄດ້ ຈັດ​​ຕັ້ງ​ກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ​ຄັ້ງ​ທີ 10 ຊຸດ​ທີ 6 ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ວຽກ​ງານ​ຂອງ​ສະ​ມາ​ຄົມ ແລະ ຂະ​ບວນ​ການ​ຂອງ​ຊາວ​ກະ​ສິ​ກອນ​ ປີ 2016, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2017. ທີ່ກອງ​ປະ​ຊຸມ ບັນ​ດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື, ໄຈ້​ແຍກ, ຊີ້​ອອກ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​ໃນ​ການ​ປະ​ຕິ​ບັດ​ ເພື່ອ​ມີພື້ນ​ຖານສະ​ເໜີ​ແນະ​ຕໍ່​ພັກ, ລັດ ​ ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂກວ່າ​ອີກ​ທັງ​ແຫຼ່ງ​ກຳ​ລັງ ແລະ ກອບ​ກົດ​ໝາຍ​ ເພື່ອ​ໃຫ້​ສະ​ມາ​ຄົມ​ປະ​ຕິ​ບັດ​ບົດ​ບາ​ດ​​ເປັນອົງ​ການ​ຈັດ​ຕັ້ງ​ການ​ເມືອງ​ສັງ​ຄົມ​ຂອງ​ຊົນ​ຊັ້ນ​ຊາວ​ກະ​ສິ​ກອນ​ພາຍ​ໃຕ​້​ການ​ຊ​ີ້​ນຳ, ນຳ​ພາ​ຂອງ​ພັກ​ເປັນ​ຢ່າ​ງ​ດີ; ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ປ່ຽນ​ໃໝ່​ວິ​ທີ​ການ​ເຄື່ອນ​ໄຫວ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຖັນ​ແຖວ​ພະ​ນັກ​ງານ​ສະ​ມາ​ຄົມ. ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ວຽກ​ງານ​ຂອງ​ສະ​ມາ​ຄົມ ແລະ ຂະ​ບວນ​ການ​ຂອງ​ຊາວ​ກະ​ສິ​ກອນ, ບັນ​ດາ​ຜູ້​ແທນ​ເນັ້ນ​ໜັກ​ວ່າ ຄວນ​ສຸມ​ໃສ່​ສ້າງ​ບັນ​ດາ​ຮູບ​ແບບ​ຮ່ວມ​ສ​ຳ​ພັນໃນ​ກ​ານ​ຮ່ວມ​ມື​ລະ​ຫວ່າງ​ຊາວ​ກະ​ສິ​ກອນ​ດ້ວຍ​ກັນ ແລະ ຊາວ​ກະ​ສິ​ກອນ​ກັບ​ວິ​ສາ​ຫະ​ກິດ ກ່ຽວ​ກັບ​ກາ​ນ​​ປູກ​ຝັງ, ​ລ້ຽງ​ສັດ ຕິ​ດ​ພັນ​ກັບ​ການ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ; ພິ​ເສດ, ແມ່ນສະ​ມາ​ຄົມ​​ຕ້ອງສືບ​ຕໍ່​ຍູ້​ແຮງ​ຂະ​ບວນ​ການ​ຊາວ​ກະ​ສິ​ກອນ​ແຂ່ງ​ຂັນ​ກັນ​ຜະ​ລິ​ດ​ເກັ່ງ ແລະ ສົມ​ທົບ​ກັບ​ບຳ​ລຸງ​ສ້າງ​ຄວາມ​ຮູ້​ໃຫ້​ຊາວ​ກະ​ສິ​ກອນ​ເພື່ອ​ໃຫ້​ກະ​ສິ​ກຳ, ຊົນ​ນະ​ບົດ​ສືບ​ຕໍ່​ຮັກ​ສາ​ບົດ​ບາດ​ເປັນແກ່ນ​ສານ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ແຫ່​ງ​ຊາ​ດ, ​​ປະ​ສົ​ບ​ຜົນ​ສຳ​ເລັດ​ໃນ​ການເຊື່ອມ​ໂຍງ​​ເຂົ້າ​ກັບ​ສາ​ກົນ.
(ແຫຼ່ງຄັດຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top