• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄະນະປະຈຳສະພາແຫ່ງຊາດ: ປະຕິບັດກົດລະບຽບວິໄນດ້ານການເງິນຢ່າງເຂັ້ມງວດ


ສືບ​ຕໍ່​ລາຍ​ການວາ​ລະ​​ປະ​ຊຸມ​ ທີ 2

      ໂດຍ​ສືບ​ຕໍ່​ລາຍ​ການວາ​ລະ​​ປະ​ຊຸມ​ ທີ 2, ຕອນ​ເຊົ້າ ​ວັນ​ທີ 16/8, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ເຫັນ​ດີ​ຕໍ່​ຂໍ້​ສະ​ເໜີ ​ຂອງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ນຳ​ໃຊ້​ແຫ່ງ​ທຶນ​ພັນ​ທະ​ບັດ​ລັດ​ຖະ​ບານ​ສຳ​ຮອງ ໄລ​ຍະ 2012-2015 ຂອງ​ໂຄງ​ການ​ໜອງ​ຕ໊າ​ແຈັກ ໃຫ້​ແກ່​ການ​ຊົດ​ເຊີຍ, ຍົກຍ້າຍ​ປະ​ຊາ​ຊົນ​ໄປ​ຕັ້ງ​ພູມ​ລຳ​ເນົາ​ຄົງ​ທີ່. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ ຈຳ​ເປັນ​ຕ້ອງ​ປະ​ຕິ​ບັດ​ກົດ​ລະ​ບຽບ​ວິ​ໄນ​​ດ້ານການ​ເງິນ ຢ່າງ​ເຂັ້ມ​ງວດ, ເພື່ອ​ໃຫ້ບັນ​ດາ​ກິດ​ຈະ​ກຳ, ໂຄງ​ການ​ລົງ​ທຶນ​ຂອງ​ລັດມີ​ປະ​ສິດ​ທິ​ຜົນ.
        ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ​ໄດ້ໃຫ້​ຄຳ​ເຫັນ​ ກ່ຽວ​ກັບ​ໃບ​ສະ​ເໜີ ຂອງ​ລັດ​ຖະ​ບານ ກ່ຽວ​ກັບການ​ປັບ​ປຸງ​ແຜນ​ທຶນ​ຕ່າງ​ປະ​ເທດ ປີ 2016 ຕາມ​ນັ້ນ​ແລ້ວ, ລັດ​ຖະ​ບານ​ສະ​ເໜີ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ອະ​ນຸ​ຍາດ​ໃຫ້​ດັດ​ສົມ​ແຜນ​ທຶນ​ຕ່າງ​ປະ​ເທດ ປີ 2016. ຕາມ​ມະ​ຕິ ເລກ​ທີ 101, ສະ​ພາ​ຊາດ​ທີ 13, ​ຍອດຈຳ​ນວນ​ທຶນ​ຕ່າງ​ປະ​ເທດ​ປີ 2016 ແມ່ນ 50 ພັນ​ຕື້​ດົ່ງ, ສະ​ ພາ​ແຫ່ງ​ຊາດ ໄດ້ຈັດ​ແບ່ງ ລະ​ອຽດໃຫ້​ບັນ​ດາ​ທ້ອງ​ຖິ່ນ​ແມ່ນ 48.700 ຕື້​ດົ່ງ, ຈົ່ງໄວ​ສຳ​ຮອງ 1300 ຕື້​ດົ່ງ ຍັງ​ບໍ່​ໄດ້​ຈັດ​ແບ່ງ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຮອດ​ໝົດ ເດືອນ 5 ປີນີ້, ອັດ​ຕາ​ປ່ອຍ​ເງິນ​  ​ບັນ​ລຸ​ໄດ້ພຽງ 36% ຕາມ​ແຜນ​ການ​ເທົ່າ​ນັ້ນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top