• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຂັ້ນສູງຂະບວນການບໍ່ຮ່ວມກຸ່ມໄດ້ອັດລົງ, ຮັບຮອງເອົາບັນດາເອກະສານສຳຄັນ

      ວັນທີ 27 ຕຸລາ ກອງປະຊຸມຂັ້ນສູງຂະບວນການບໍ່ຮ່ວມກຸ່ມ ໄດ້ອັດລົງ ຢູ່ Baku ປະເທດ ໄອແຊກໄບຢານ. 

ກອງປະຊຸມຂັ້ນສູງຂະບວນການບໍ່ຮ່ວມກຸ່ມ ໄດ້ອັດລົງ ຢູ່ Baku 
ພາບ:TTXVN
      ບັນດາການນຳຂັ້ນສູງບັນດາປະເທດສະມາຊິກ ຂອງຂະບວນການດັ່ງກ່າວໄດ້ຮັບຮອງເອົາບັນດາເອກະສານສຳຄັນ, ໃນນັ້ນ ມີເອກະສານສະບັບສຸດທ້າຍຂອງກອງປະຊຸມຂັ້ນສູງ, ຖະແຫລງການ Baku, ຖະແຫລງການກ່ຽວກັບບັນຫາ ປາແລດສະຕີນ ແລະ ສານຂອບໃຈ ແລະ ຄວາມສາມັກຄີ ສຳລັບລັດຖະບານ ແລະ ປະຊາຊົນ ໄອແຊກໄບຢານ. ບັນດາເອກະສານ ຂອງກອງປະຊຸມໄດ້ຢັ້ງຢືນຄືນຄຸນຄ່າ ແລະ ຄວາມສຳຄັນຂອງບັນດາຫລັກການ Bangkung ຄວາມມານະພະຍາຍາມເພີ່ມທະວີຄວາມສາມັກຄີຂະບວນການເພື່ອປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ເພີ່ມທະວີການຮ່ວມມືເສດຖະກິດ ຊຸກຍຸ້ການຫລຸດຜ່ອນອາວຸດ, ປະຕິຮູບ ສປຊ.
ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ ໄດ້ ປະກອບຄຳເຫັນຫລາຍຢ່າງທີ່ກອງປະຊຸມຄັ້ງນີ້ ແລະ ພົບປະສອງຝ່າຍຢູ່ນອກກອງປະຊຸມ ແລະ ເຂົ້າຮ່ວມພິທີສະເຫລີມສະຫລອງ 60 ປີແຫ່ງວັນທ່ານປະທານ ໂຮ່ຈີມິນ ຢ້ຽມາມ ໄອແຊກໄບຢານ.
 (ແຫຼ່ງຄັດຈາກ VOV)
 

ເປັນຄັ້ງທຳອິດຈັດວັນບຸນ ຫວຽດນາມ ຜາສຸກ

ເປັນຄັ້ງທຳອິດຈັດວັນບຸນ ຫວຽດນາມ ຜາສຸກ

ປີ 2025, ຫວຽດນາມ ຢືນອັນດັບທີ 46 ກ່ຽວກັບດັດຊະນີຄວາມຜາສຸກທົ່ວໂລກ, ຫຍັບຂຶ້ນ 8 ຂັ້ນເມື່ອທຽບໃສ່ປີ 2024.

Top