• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຂັ້ນສູງ ຂອງ ເວທີປາໄສຂັ້ນສູງ ແລະ ງານສະແດງສາກົນກ່ຽວກັບອຸດສາຫະກຳ 4.0

      ຕອນເຊົ້າວັນທີ 3 ຕຸລາ, ຢູ່ຮ່າໂນ້ຍ, ຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມ ໄດ້ສົບທົບກັບບັນດາກະຊວງ, ຂະແໜງການຈັດຕັ້ງກອງປະຊຸມຂັ້ນສູງຂອງເວທີປາໄວຂັ້ນສູງ ແລະ ງານວາງສະແດງສາກົນກ່ຽວກັບອຸດສາຫະກຳ 4.0 (Industry 4.0 Summit 2019). 

ທ່ານຮອງນາຍົກລັດຖະມົນຕີ ຫວຸດຶກດາມກ່າວຄຳເຫັນທີ່ການສົນທະນາ (ພາບ: TTXVN) 
      ດ້ວຍຫົວຂໍ້ “ແຜນນະໂຍບາຍ ແລະ ໂຄງການດຳເນີນງານຂອງ ຫວຽດນາມ ໃນການເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳ 4.0”, ເວທີປາໄສໄດ້ແນະນຳກ່ຽວກັບວິທີການສ້າງບັນດາເນື້ອໃນພື້ນຖານຂອງມະຕິກົມການເມືອງ ກ່ຽວກັບບາງແຜນນະໂຍບາຍ, ນະໂຍບານໃນການເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳ ຄັ້ງທີ 4” ແລະ ບັນດາບົດລາຍງານກ່ຽວກັບບັນຫາຍຸດທະສາດ ການປະຕິວັດອຸດສາຫະກຳ 4.0 ແຫ່ງຊາດຂອງ ຫວຽດນາມ, ກ່ຽວກັບການຫັນປະເທດຊາດເປັນດີຈີຕອນມຸ່ງໄປສູ່ພື້ນຖານເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ.
            ບັນດາກອງປະຊຸມສຳມະນາຫົວເລື່ອງສະເພາະໄດ້ສຸມໃສ່ 5 ຫົວຂໍ້ຕົ້ນຕໍ ລວມມີ: ທະນາຄານອັດສະລິຍະ, ນະຄອນອັດສະລິຍະ, ການຜະລິດອັດສະລິຍະ, ພະລັງງານອັດສະລິຍະ ແລະ ເສດຖະກິດດີຈີຕອນ.
        ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງໃຫ້ຮູ້ວ່າ ການປະຕິວັດອຸດສາຫະກຳ 4.0 ແມ່ນ ທ່າອ່ຽງທີ່ຍິ່ງໃຫຍ່, ພວມເກີດຂື້ນໃນທົ່ວໂລກດ້ວຍການພັດທະນາຂອງວິທະຍາສາດ ແລະ ເຕັກໂນໂລຢີ ຢ່າງແຮງ ເຊິ່ງ ຫຼັກແຫຼ່ງແມ່ນອຸດສາຫະກຳດີຈີຕອນ, ເຮັດໃຫ້ຂົງເຂດການຜະລິດ, ດຳເນີນທຸລະກິດ, ຊີວິດວັດທະນະທຳ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບມີການປ່ຽນແປງຢ່າງວ່ອງໄວ ແລະ ແຂງແຮງ, ສ້າງໂອກາດ ແລະ ວາງອອກສິ່ງທ້າທາຍໃຫ້ທຸກໆປະເທດ.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top