
ກອງທັບເຮືອ ຫວຽດນາມ ເຂົ້າຮ່ວມການຊ້ອມຮົບກອງທັບເຮືອ ໂກໂມໂດ 2018 ຢູ່ ອິນໂດເນເຊຍ (ພາບ:Vietnam+ )
ນີ້ແມ່ນການຊ້ອມຮົບຄັ້ງທີ 3 ນັບແຕ່ເມື່ອໄດ້ເລີ່ມຕົ້ນປະຕິບັດແຕ່ປີ 2014 ແລະ ໄດ້ຈັດຕັ້ງ 2ປີເທື່ອໜຶ່ງ ແນໃສ່ຈຸດປະສົງເພີ່ມທະວີນ້ຳໃຈມິດຕະພາບ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຍົກສູງຄວາມສາມາດສົມທົບກັນລະຫວ່າງກອງທັບເຮືອບັນດາປະເທດໃນຂົງເຂດໜູນຊ່ວຍມະນຸດສະທຳ ແລະ ແກ້ໄຂບັນດາບັນຫາຄວາມໝັ້ນຄົງໃນການເດີນທະເລ.
ການຊ້ອມຮົບ ໂກໂມໂດ 2018 ທີ່ມີຫົວຂໍ້ວ່າ: “ຮ່ວມມືເພື່ອຮັບມືຕໍ່ໄພທຳມະຊາດ ແລະ ໜູນຊ່ວຍມະນຸດສະທຳ” ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງກອງທັບເຮືອບັນດາປະເທດໃນພາກພື້ນ ແນໃສ່ບັນລຸໄດ້ຄວາມມານະພະຍາຍາມສູງສຸດ ເພື່ອສະກັດກັ້ນ, ຮັບມືຢ່າງທັນການ, ກຽມພ້ອມ, ກ່າວເຕື່ອນໄວ, ຫລຸດຜ່ອນຄວາມເສຍຫາຍ, ກຸ້ໄພກຸ້ຊີບຢ່າງຮີບດ່ວນ.
(ແຫຼ່ງຄັດຈາກ VOV)