• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກວາງ​ນາມ​ສືບ​ຕໍ່​ລະ​ດົມ​ທຸກ​ແຫຼ່ງ​ເງິນ​ລົ​ງ​ທຶນໃຫ້​ແກ່​ໂຮ້ຍ​ອານ ແລະ ມີ້​ເຊີນ

ວັນທີ 7 ກັນຍາ, ຄະນະກຳມະການປະຊາຊົນແຂວາງກວາງນາມ ໄດ້ຈັດກອງປະຊຸມຕີລາຄາວຽກງານອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າເຂດຕົວເມືອງເກົ່າໂຮ້ຍອານ ແລະ ເຂດທາດເຈດີ ມີ້ເຊີນ ພາຍຫຼັງ 20 ປີທີ່ ໄດ້ຮັບຮອງວ່າ ແມ່ນມໍລະດົກໂລກຈາກ UNESCO ແລະ 10 ປີທີ່ດອນຈ່າມ-ໂຮ້ຍອານ ໄດ້ຮັບຮອງວ່າແມ່ນເຂດນິເວດວິທະຍາໂລກ.


ເຂດທາດເຈດີມີ້ເຊີນ

(ພາບ: https://mytour.vn/)


 ໃນ 20 ປີຜ່ານມາ, ທົ່ວລະບົບເຂດທາດເຈດີມີ້ເຊີນ, ເຮືອນບບູຮານໂຮ້ຍອານ ແລະ ລະບົບຊີວະພາບດອນຈ່າມ ລວ້ນແຕ່ໄດ້ຮັບການປົກປັກຮັກສາໄວ້ເໝືອນເດີມ. ທ່ານດິງວັນທູ ປະທານຄະນະກຳມະການປະຊາຊົນແຂວາງກວາງນາມ ໃຫ້ຮູ້ວ່າ: ທາງແຂວງສືບຕໍ່ລະດົມບັນດາແຫຼ່ງເງິນລົງທຶນເພື່ອສ້ອມແປງ, ຟື້ນຟູຄຸນຄ່າບັນດາເຂດປູຊະນີຍະສະຖານຢູ່ເຂດຕົວເມືອງເກົ່າໂຮ້ຍອານ ແລະ ເຂດທາດເຈດີມີ້ເຊີນ. ທ່ານດິງວັນທູ ເວົ້າວ່າ:

 ທາງແຂວງໄດ້ຈັດຕັ້ງປະຕິບັດບັນຫາວາງການແຜນກຳນົດໂດຍທ່ານນາຍົກລັດຖະມົນຕີໄດ້ເຊັນອະນຸມັດຢ່າງເຂັ້ມງວດ, ຊອກຫາແຫຼ່ງກຳລັງເພື່ອປະຕິບັດ; ສືບຕໍ່ຜັນຂະຫຍາຍວຽກງານຄຸ້ມຄອງມໍລະດົກເຂດຕົວເມືອງເກົ່າໂຮ້ຍອານ ແລະ ເຂດທາດເຈດີມີ້ເຊີນ ຢ່າງມີປະສິດທິຜົນ, ຖືກຕ້ອງຕາມການແນະນຳ, ຖືກຕ້ອງຕາມການກຳນົດຂອງກົດໝາຍປະກາດໃຊ້ໃນປະຈຸບັນ. ພ້ອມກັບການຄຸ້ມຄອງ ແລະ ການປະຕິບັດ ຕ້ອງສ້າງແຫຼ່ງກຳລັງເພື່ອພັດທະນາ.

 (ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top