• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກວດກາວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ


ທ່ານ ຫງວຽນ​ວັນ​ຟາ ​ລົງ​ຕິດຕາມ​ກວດກາການ​ປະຕິບັດ
ວຽກ​ງານ​ກະກຽມ​ການ​ເລືອກ​ຕັ້ງ​ຢູ່​ແຂວງ ຫວີງ​ຟຸກ
(ພາບ: ໜັງສືຟິມຫວີງຟຸກ)

      ວັນ​ທີ 24/03, ຄະນະ​ຕິດຕາມ​ກວດກາ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ວັນ​ຟາ, ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ລົງ​ຕິດຕາມ​ກວດກາ​ສະພາບການ, ຄວາມ​ຄືບ​ໜ້າ, ໝາກຜົນ​ການ​ປະຕິບັດ​ວຽກ​ງານ​ກະກຽມ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດທີ 14 ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ​ຢູ່​ແຂວງ ຫວີງ​ຟຸກ. ນະ​ທີ່​ນີ້, ທ່ານ ຫງວຽນ​ວັນ​ຟາ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມຂອງ​ອຳນາດ​ການ​ປົກຄອງ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດທຸກ​ຂັ້ນ​ໃນແຂວງ ຫວີງ​ຟຸກ ​ໃນ​ການ​ຜັນ​ຂະ​ຫຍາ​ຍປະຕິບັດ​ວຽກ​ງານ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021. ທ່ານ ຫງວຽນ​ວັນ​ຟາ ສະ​ເໜີ​ແຂວງ ຫວີງ​ຟຸກ ສືບ​ຕໍ່​ສຸມ​ໃສ່​ຜັນ​ຂະຫຍາຍ​ບັນ​ດາ​ບາດກ້າວ​ຖືກ​ຕາມ​ຂັ້ນ​ຕອນ​ທີ່​​ໄດ້​ຮັບ​ການ​ແນະນຳ.
        ​ແລະ​ກໍ່​ໃນ​ວັນ​ທີ 24/03, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍ​ທ່ານ ຫວູຈ້ອງ​ກີ​ມ ຮອງ​ປະທານ, ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເປັນ​ຫົວໜ້າ​ຄະນະກໍ່​ໄດ້​ລົງ ກວດກາ​ວຽກ​ງານ​ກະກຽມ​ການ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກຂັ້ນ​ອາຍຸ​ການ 2016 – 2021 ຢູ່​ແຂວງ ທ໋າຍບີ່​ງ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top