• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂເວທີປາໄສອາຊີປົວຢາວ 2016


(ທ່ານ ຟ໋າມບິ່ງ​ມີງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, 
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປ​ະເທດ ຫວຽດ​ນາມ)
      ກອງ​ປະ​ຊຸມ​ເວ​ທີ​ປາ​​ປາ​ໄສ​ອາ​ຊີ​ປົວ​ຢາວ (BFA) 2016 ດ້ວຍ​ຫົວ​ຂໍ້ “ອະ​ນາ​ຄົດ​ໃໝ່​ຂອງ​​ອາ​ຊີ: ພະ​ລັງ​ຊີ​ວິດ​ໃໝ່ ແລະ ວິ​ໃສ​ທັດ​ໃໝ່” ໄດ້ໄຂ​ຂື້ນ​ໃນຕ້ອນ​ເຊົ້າ​ວັນ​ທີ 24/03, ທີ່​ປົວ​ຢາວ, ແຂວງ ​ໄຮນາມ, ປະ​ເທດ​ຈີນ.  ທ່ານ ຟ໋າມບິ່ງ​ມີງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປ​ະເທດ ຫວຽດ​ນາມ ນຳ​ໜ້າ​ຄະ​ນະ​ຜູ​້​ແທນ​ຫວຽດ​ນາມ ​ເຂົ້າ​ຮ່ວມກອງ​ປະ​ຊຸມ. ເວ​ທີ​ປາ​ໄສ​ເປັນ​ໂອ​ກາດ​ເພື່ອ​ໃຫ້​ແຕ່​ລະ​ຝ່າຍ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ບັນ​ດາແບບວິ​ທີການ​ໃໝ່ ​ເພື່ອຄຸ້ມ​ຄອງ​ລະ​ບອບ​ລະ​ບຽບ​ການເສດ​ຖະ​ກິດ ແລະ ການ​ເງິນ​ທົ່ວ​ໂລກ, ຊ​ອກ​ຫາທິດ​ທາງ​ການ​ພັດ​ທະ​ນາ​ໃໝ່ ໃຫ້​ແກ່​ພາກ​ເຂດ ກໍ່ຄື​ໂລກ, ພ້ອມ​ທັງ​ເສີ​ມ​ຂະ​ຫຍາຍ​ບົດ​ບາດ “ເປັນ​ແຖວ​ໜ້າ” ຂອ​ງ​ອາ​ຊີ ຊຸກ​ຍູ້​ເສດ​ຖະ​ກິດ​ໂລກ ​ກ້າວໄປ​ທາງ​ໜ້າ. ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະ​ຊຸມ ທ່ານ ຫຼີ​​ເຄ​ສຽງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຈີນ ​ຢືນຢັນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ຊຸກ​ຍູ້ ການ​ພົວ​ພັນ​ຮ່ວມ​ມື ມິດ​ຕະ​ພາບ ແລະ ​ຖານບ້ານ​ໃ​ກ້​ເຮືອນ​ຄຽງທີ່​ດີງາມລະ​ຫວ່າງ ຈີນ ແລະ ບັນ​ດາ​ປະ​ເທດ ອາ​ຊີ; ເນັ້ນ​ໜັກ​ບັນ​ດາປະ​ເທດ​ຈຳ​ເປັນ​ຕ້ອງ​ຊຸກ​ຍູ້ ການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ; ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບພາກ​ພື້ນ.
        ເຂົ້າ​ຮ່ວມ​ກ່າວ​ຄວາມ​ເຫັນ​ທີ່ກອງ​ປະ​ຊ​ຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ​ຟ້າມ​ບິ່ງ​ມິງ ໃຫ້​ຮູ້​ວ່າ:  ບັນ​ດາ​ປະ​ເທດ​ອາ​ຊີ ຈຳ​ເປັນ​ຕ້ອງຍ​າດ​ແຍ່ງ​ກຳ​ລັງ​ແຮງ ແລະ ສະ​ພາບ​ແວດ​ລ້ອມການ​ພັດ​ທະ​ນາ​ໃໝ່​ ຜ່ານ​ການ​ເພີ່ມ​ທະ​ວີ​ຮ່ວມ​ສຳະ​ພັນ​​ເສດ​ຖະ​ກິດ​ພາ​ກ​ພື້ນ ໃນ​ຂອບ​ເຂດຂອງ​ສອງ​ຝ່າຍ, ຮ່ວມ​ມື​ອະ​ນຸ​ພາກ​ພື້ນ, ສະ​ມາ​ຄົມ ASEAN, ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ (RCEP),… ທ່ານ ຟ໋າມ​ບິ່ງ​ມີງ ກໍ່​ເນັ້ນ​ໜັກ​ການ​ປັບ​ປຸງ​ສິ່ງ​ແວດ​ລ້ອມ ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ ເປັນ​​ເງື່ອນ​ໄຂ​ເບື້ອງ​ຕົ້ນທີ່ບໍ່​ອາດ​ຂາດ​ໄດ້ ສຳ​ລັບ​ການ​ພັດ​ທະ​ນາ​ຂອ​ງ​ອາ​ຊີ; ທຸກ​ການຂັດ​ແຍ່ງ, ​ຄວາມບໍ່​ລົງ​ລອຍ​ກັນ,  ຈຳ​ເປ​ັນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂດ້ວຍ​ມາດ​ຕະ​ການ​ໂດຍ​ສັນຕິ​​ວິ​ທີ​, ປະ​ຕິບັດ​ຕາມ​ກົດ​ໝາຍ​ສາກົນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top