• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂເວທີປາໄສບັນດາແລວເສດຖະກິດ GMS ຄັ້ງທີ 9

      ຕອນເຊົ້າວັນທີ 19 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລະ ທະນາຄານພັດທະນາອາຊີ (ADB) ໄດ້ສົມທົບກັນຈັດຕັ້ງເວທີປາໄສບັນດາແລວເສດຖະກິດເຂດອະນຸພາກພື້ນແມ່ນ້ຳຂອງ (GMS) ເປີດກວ້າງ ຄັ້ງທີ 9

 ເວທີປາໄສບັນດາແລວເສດຖະກິດເຂດອະນຸພາກພື້ນແມ່ນ້ຳຂອງ (GMS) ເປີດກວ້າງ ຄັ້ງທີ 9
(ພາບ: baodautu.vn)
      ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາປະເທດຄື: ກຳປູເຈຍ, ຈີນ, ລາວ, ມຽນມາ ແລະ ໄທ. ທີ່ວາລະໄຂ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວ ສຸພັນ ແກ້ວມີໄຊ, ປະທານເວທີປາໄສບັນດາແລວເສດຖະກິດເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງຄັ້ງທີ 9 ໄດ້ຕີລາຄາສູງບັນດາຜົນງານຮ່ວມມືຂອງບັນດາປະເທດໃນເຂດອະນຸພາກພື້ນ, ພິເສດ, ໃນນັ້ນຕ້ອງເວົ້າເຖິງບັນດາໂຄງການຮ່ວມມືເຊື່ອມຕໍ່ທາງດ້ານຄົມມະນາຄົມ, ທຶນ ແມ່ນບຸລິມະສິດຂອງບັນດາປະເທດ GMS. ການເຊື່ອມຕໍ່ດັ່ງກ່າວໄດ້ສ້າງບັນດາແລວເສດຖະກິດໃຫຍ່ແຕ່ເໜືອຮອດໃຕ້ ແລະ ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ແຕ່ລະປະເທດສະມາຊິກ ກໍຄືທົ່ວພາກພື້ນ. ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວ ສຸພັນ ແກ້ວມີໄຊ ແບ່ງປັນວ່າ, “ການເຊື່ອມຕໍ່ໃນອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ມີຄວາມໝາຍສຳຄັນຍິ່ງສຳລັບບັນດາປະເທດສະມາຊິກ, ມັນສ້າງເຄືອຂ່າຍເຊື່ອມຕໍ່ດ້ານພື້ນຖານໂຄງລ່າງ, ຈາກນັ້ນສ້າງການຮ່ວມສຳພັນດ້ານຜະລິດຕະພັນ, ການທ່ອງທ່ຽວບັນດາເຂດພາກ. ພ້ອມທັງແມ່ນການເຊື່ອມຕໍ່ໃນ GMS ໄດ້ຊ່ວຍໃຫ້ບັນດາປະເທດສະມາຊິກໃນອະນຸພາກພື້ນມີການພັດທະນາຢ່າງແຮງກວ່າ, ຮັດແຄບຊ່ອງຫວ່າງເພື່ອພັດທະນາໄວກວ່າ, ໂດຍສະເພາະແມ່ນໃນອາຊຽນ ໃນຮອບເວລາ 10 ປີມໍ່ໆມານີ້”
        ເພື່ອປະຕິບັດບັນດາຄາດໝາຍຍູ້ແຮງບັນດາໂຄງການຮ່ວມມືໃນ GMS, ເວທີປາໄສຄັ້ງນີ້ ໄດ້ສຸມໃສ່ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງທາງຄົມມະນາຄົມ, ສ້າງບັນດາແຜນພັດທະນາດ້ານພະລັງງານ, ການຄ້າ ຕາມທິດຮັບປະກັນຄວາມໝັ້ນຄົງດ້ານສິ່ງແວດລ້ອມ…
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top