• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານບຸນ ຕະຫຼາດແຫ່ງຄວາມຮັກເຄົາວາຍ 2017

ຕະຫຼາດ​ແຫ່ງ​ຄວາມ​ຮັກ​ເຄົາ​ວາຍ
       ຕອນ​ຄ່ຳ​ວັນ​ທີ 21/4, ຢູ່​ຕາ​ແສງ​ເຄົາ​ວາຍ, ເມືອງ​ແມ​ວ​ຫວາກ, ແຂວງ​ຮ່າ​ຢາງ ໄດ້​ໄຂ​ບຸນ “ຕະຫຼາດ​ແຫ່ງ​ຄວາມ​ຮັກ​ເຄົາ​ວາຍ” ດ້ວຍ​ຫົວ​ເລື່ອງ “ ອະ​ນຸ​ລັກ, ເສີມ​ຂະ​ຫ​ຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອຕະຫຼາດ​ແຫ່ງ​ຄວາມ​ຮັກ​ເຄົາ​ວາຍ. ນີ້​ແມ່ນ​ຕະຫຼາດ​ນັດ​ທີ່​ຍ້ອງ​ຍໍ​ສັນ​ລະ​ເສ​ີນ​ຄວາມ​ຮັກ​ຂອງ​ຄູ່​ບາ​ວ​ສາວ​ທີ່​ສັດ​ຊື່​ບໍ​ລິ​ສຸດ, ມີ​ກຳ​ລັງ​ແຜ່​ຂະ​ຫ​ຍາຍ​ໃນ​ວົງ​ຄະ​ນະ​ຍາດ. ທ່ານ ຫງວຽນ​ວັນ​ເຊີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ຮ່າ​ຢາງ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ງານ​ບຸນ ຕະຫຼາດ​ແຫ່ງ​ຄວາມ​ຮັກ​ເຄົາ​ວາຍ ໃຫ້​ຮູ້​ວ່າ :
    “ການ ຈັດ​ຕັ້ງ​ງານ​ບຸນ ຕະຫຼາດ​ແຫ່ງ​ຄວາມ​ຮັກ​ເຄົາ​ວາຍໃນ​ແຕ່​ລະ​ປີ ໄດ້​ປະ​ກອບ​ສ່ວນຍູ້​ແຮງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ຮັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ. ນີ້​ກໍ​ແມ່ນ​ບ່ອນ​ພົບ​ປະ​ແລກ​ປ່ຽນ​ບັນ​ດາ​ຈຸດ​ຄວາມ​ງາມ​ທາງ​ດ້​ານ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ບັນ​ດາ​ເຜົ່າ​ເຂດ​ພູ​ສູງ​ແຂວງ​ຮ່າ​ຢາງ​ເວົ້າ​ສະ​ເພາະ ແລະ ຂອງ​ປະ​ເທດ​ຊາດ​ເວົ້າ​ລ​ວມ, ແນ​ໃສ່​ແນະ​ນຳ​ດ້ານ​ການ​ທ່ອງ​ທ່ຽວພື່ອ​ດຶດ​ດູດ​ແຂກ​ທ່ອງ​ທ່ຽວ”
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top