• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂກນດາວໄດ້ຮັບການຄັດເລືອກແມ່ນເກາະມະຫັດສະຈັນທີ່ສຸດໃນໂລກ

ໂກນ​ດາວ​ໄດ້​ຖືກຄັດ​ເລືອກ​ຢູ່​ໃນ Top 10 ສະ​ຖານ​ທີ່​ທ່ອງ​ທ່ຽວ​
ຈັບ​ອົກ​ຈັບ​ໃຈ​ທີ່​ສຸດ​ຂອງ​ອາ​ຊີ​ໃນ​ປີ 2017
       ທ້າຍ​ປີ 2016, ໂກນ​ດາວ​ໄດ້​ຖືກຄັດ​ເລືອກ​ຢູ່​ໃນ Top 10 ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຈັບ​ອົກ​ຈັບ​ໃຈ​ທີ່​ສຸດ​ຂອງ​ອາ​ຊີ​ໃນ​ປີ 2017 ໂດຍ​ວາ​ລະ​ສານ​ການ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ Lonely Planet ຄັດ​ເລືອກ. ໃນ​ວາ​ລະ​ສານ “ Travel and Leisure ” ສະ​ບັບຫຼ້າ​ສຸດ, ເກາະ​ແຫ່ງນີ້​ສືບ​ຕໍ່​ໄດ້​ປະ​ກົດ​ຕົວ​ດ້ວຍ​ອັນ​ດັບ​​ໜຶ່ງ​ໃນ​ບັນ​ຊີ​ລາຍ​ຊື່​ຄັດ​ເລືອກ​ບັນ​ດາ​ໝູ່​ເກາະ​ທີ່​ ມີ​ສິ່ງ​ລຶກ​ລັບ​ມະ​ຫັດ​ສະ​ຈັນຫຼາຍ​ຢ່າງ​ ສຳ​ລັບ​ນັກ​ທ່ອງ​ທ່ຽວ​ໃນ​ໂລກ. ​ວາ​ລະ​ສານ “ Travel and Leisure ” ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ໂກນ​ດາວ​ມີ​ຊື່​ສຽງ​ທີ່​ສຸດ ດ້ວຍ​ບັນ​ດາ​ໂງ່ນ​ຫີນ granit ທີ່​ສວຍ​ງາມ​ແຄມຫາດ​ຊາຍ​ທະ​ເລ​ສີ​ຂຽວ​ສົດໃສ. ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ທ່ອງ​ທ່ຽວ​ຢູ່​ເກາະ​ແຫ່ງນີ້ ພວມ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ຢ່າງ​ແຮງ. ມີ​ຮ້ານ​ບັນ​ເທີງຫຼາຍ​ຮ້ານ​ໄດ້​ເປີດ​ຢູ່​ໃຈ​ກາງ​ເທດ​ສະ​ບານ​ເມືອງ​ໂກນ​ດາວ ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ, ໃນ​ຂະ​ນະ​ທີ່​ເຂດ​ພັກ​ຜ່ອນ Six Senses ​ທີ່ຢູ່​ໃນ​ເກາະແຫ່ງນີ້ ​ກໍ່ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ​ແມ່ນບັນ​ລຸ​ລະ​ດັບ​ສາ​ກົນ. ຕາມ​ວາ​ລະ​ສານ​ດັ່ງ​ກ່າວ​ແລ້ວ, ໂກນ​ດາວ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ ເພື່ອ​ຮັບ​ປະ​ທານ​ອາ​ຫານ​ທະ​ເລ​ແຊບ​ນົວ​ທີ່​ສຸດ​ຂອງ​ຫວຽດ​ນາມ. Travel and Leisure ຍັງ​ໄດ້​ແນະ​ນຳ​ໃຫ້​ນັກ​ທ່ອງ​ທ່ຽວ ບໍ່​​ຄວນພາດ​ໂອ​ກາດໄປ​ຢ້ຽມ​ຢາມ​ເຮືອນ​ເວນ​ຍາມ​ທີ່​ຕັ້ງ​ຢູ່​ຈອມ​ດອນ ແຕ່​ສະ​ຕະ​ວັດ​ທີ 19 ແລະ ບຶງ​ອ່າວ​ແຈທີ່​ມີ​ຊື່​ສຽງ, ຫຼື​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄື ດຳ​ນ້ຳ​ຄົ້ນ​ຫາ​ບັນ​ດາ​ປະ​ກາ​ລັງ​ທີ່​ຢູ່​ອ້ອມ​ແອ້ມ​ເກາະ, ໄປ​ຍ່າງ​ຄົ້ນ​ຫາ​ປ່າ​ໄມ້​ເຂດ​ຮ້ອນ ຫຼື ພັກ​ຜ່ອນ​ຢ່ອນ​ອາ​ລົມ​ຕາມ​ຫາດ​ຊາຍ​ທະ​ເລ​ສີ​ຂາວ​ແບບ​ຮົກ​ເຮື້ອ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top