• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແບ່ງປັນບົດຮຽນໃນການຄຸ້ມຄອງ ແລະ ຈັດຕັ້ງການສຶກສາຊັ້ນປະຖົມລະຫວ່າງ ຫວຽດນາມ ແລະ ບາງກະລາເທດ

ທ່ານ​ນາງ ຮ່​ວາງ​ທິ​ຮ​ວາ ຮອງ​​ຫົວ​ໜ​້າກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ,
ການສຶກ​ສາ, ​ຊາວ​ໜຸ່ມ, ເຍົາ​ວະ​ຊົນ ແລະ ອະ​ນຸ​ຊົນ
      ຕອນ​ບ່າຍ​ວັນ​ທີ 20/04 ຢູ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ, ການສຶກ​ສາ, ​ຊາວ​ໜຸ່ມ, ເຍົາ​ວະ​ຊົນ ແລະ ອະ​ນຸ​ຊົນ​ຂອງ​ສະ​ພາ​ແຫ່ງ​ຊາດ ມີ​ການ​ເຮັດ​ວຽກ​ກັບ ຄະ​ນະກຳ​ມາ​ທິ​ການ​ປະ​ຈຳ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ ບາງ​ກະ​ລາ​ເທດ ຮັບ​ຜິດ​ຊອບ​ກະ​ຊວງ​ສຶກ​ສາຊັ້ນ​ປະ​ຖົມ​ສຶກ​ສາ ແລະ ມະ​ຫາ​ຊົນ. ນະ​ທີ່ນີ້ ທ່ານ​ນາງ ຮ່​ວາງ​ທິ​ຮ​ວາ ຮອງ​​ຫົວ​ໜ​້າກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ, ການສຶກ​ສາ, ​ຊາວ​ໜຸ່ມ, ເຍົາ​ວະ​ຊົນ ແລະ ອະ​ນຸ​ຊົນ ໄດ​້​ແນະ​ນຳ​ກັບຄະ​ນະ​ກຳ​ມາ​ທິ​ການ​ປະ​ຈຳ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ ບາງ​ກະ​ລາ​ເທດ ກ່ຽວ​ກັບ​ໂຄງ​ປະ​ກອບ, ການ​ຈັດ​ຕັ້ງ ແລະ ບົດ​ບາດ​ໜ້າ​ທີ່​ຂອງ​ກຳ​ມາ​ທິ​ການ. ທ່ານ​ນາງ ຮ່​ວາງ​ທິ​ຮ​ວາ ຢືນ​ຢັນ​ວ່າ ການ​ສຶກ​ສາ​ຊັ້ນ​ປະ​ຖົມ​ສຶກ​ສາ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ ແລະ ການ​ລົງ​ທຶນ​ທີ່​ສະ​ຫງວນ​ໃຫ້​ການ​ສຶກ​ສາ​ຊັ້ນ​ປະ​ຖົມ​​ແມ່ນ​ຈຳ​ເປັນ​ທີ່​ສຸດ. ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ແລະ ​ຈັດ​ຕັ້ງ​ການ​ສຶກ​ສາ​ຊັ້ນ​ປະ​ຖົມ​​ກັບ ບາງ​ກະ​ລາ​ເທດ ແລະ ປາດ​ຖະ​ໜາ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ ເນື້ອ​ໃນ​ດັ່ງ​ກ່າວ​ຈະ​ໄດ້ຮັບ​ຄວາມເອົາ​ໃຈ​ໃສ່ ແລະ ແບ່ງ​ປັນ​ກັນ​ຈາກສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​
        ສ່ວນ​ທ່ານ Md Motahar Hossain ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ປະ​ທານກຳ​ມາ​ທິ​ການ​ປະ​ຈຳ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ ບາງ​ກະ​ລາ​ເທດ ຮັບ​ຜິດ​ຊອບ​ກະ​ຊວງ​ສຶກ​ສາຊັ້ນ​ປະ​ຖົມ​ ແລະ ມະ​ຫາ​ຊົນ ໃຫ້​ຮູ້​ວ່າ: ຈຸດ​ປະ​ສົງ​ຂອງ​ການ​ຢ້ຽມ​ຢາມ​ແນ​ໃສ່​ຊອກ​ຮູ້​ວຽກ​ງານ​ຂອງ ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ, ການສຶກ​ສາ, ​ຊາວ​ໜຸ່ມ, ເຍົາ​ວະ​ຊົນ ແລະ ອະ​ນຸ​ຊົນ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ. ​ຄະ​ນະ​ປາດ​ຖະ​ໜາ​ຢາກ​ໄປ​ຢ້ຽມ​ຢາມ​ໂຮງ​ຮຽນ​ຢູ່​ບັນ​ດາ​ແຂວງ, ນະ​ຄອນ​ຂອງ ຫວຽດ​ນາມ, ພິ​ເສດ​ແມ່ນ​ເຂດ​ຫ່າງ​ໄກ​ສອກ​ຫລີກ ເພື່ອ​ຊອ​ກ​ຮູ້​ກ່ຽວ​ກັບ​ບົດ​ຮຽນ​ການ​ຄຸ້ມ​ຄອງ ແລະ ຈັດ​ຕັ້ງ​ການ​ສຶກ​ສາ​ຊັ້ນ​ປະ​ຖົມ​.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top