• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສອຸດສາຫະກຳປ້ອງກັນຊາດຫວຽດນາມ-ອິດສະຣາແອນ


ພົນ​ເອກ​ໂງ​ຊວນ​ລິກ ແລະ ທ່ານປະ​ທາ​ນາ​ທິ​ບໍ​ດີ ອິ​ດ​ສະ​ຣາ​ແອນ
 Reuven Ruvi  Rivlin
      ຕອນ​ເຊົ້າ​ວັນ​ທີ 21/3 ຢູ່ ຮ່າ​ໂນ້ຍ, ກົມ​ໃຫຍ່​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ - ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ຫວຽດ​ນາມ ແລະ ອົງ​ການ​ຮ່ວມ​ມື ແລະ ສົ່ງ​ອອກ​ດ້ານ ປ້ອງ​ກັນ​ຊາດ ອິ​ດ​ສະ​ຣາ​ແອນ ໄດ້​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ອຸດ​ສາ​ຫະ​ກຳປ້ອງ​ກັນ​ຊາດ​ຫວຽດ​ນາມ - ອິດ​ສະ​ຣາ​ແອນ. ປະ​ທາ​ນາ​ທິ​ບໍ​ດີ ອິ​ດ​ສະ​ຣາ​ແອນ Reuven Ruvi Rivlin, ພົນ​ເອກ ໂງ​ຊວນ​ລີກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ. ນ​ະ​ທີ່ນີ້, ສອງ​ຝ່າຍ​ແນະ​ນຳ​ໂດຍ​ສັງ​ເຂບ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ພື້ນ​ຖານ​ອຸດ​ສ​າ​ຫະ​ກຳ​ປ້ອງ​ກັນ​ຊາດ​ຂອງ​ແຕ່​ລະ​ປະ​ເທດ ແລະ ຕີ​ລາ​ຄາ​ໝາກ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ​ປ້ອງ​ກັນ​ຊາດ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍ​ະ​ຜ່ານ​ມາ. ພ້ອມ​ທັງ​ຢືນ​ຢັນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ຄວາມ​ຕ້ອງ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ອິດ​ສະ​ຣາ​ແອນ ຍັງ​ໃຫຍ່​ຫລວງ​ຢູ່, ປາດ​ຖະ​ຫນາ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ ສອງ​ຝ່າຍ​ສືບ​ຕໍ່​ເປີດກວ້າງ​ການ​ພ​ົວ​ພັນ​ຮ່ວມ​ມື, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ແບ່ງ​ປັນ​ບົດ​ຮຽນ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງກອງ​ທັບ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ຫວຽດ​ນາມ - ອິດ​ສະ​ຣາ​ແອນ. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top